Homeຂ່າວຕ່າງປະເທດUN ອອກບັດປະຈຳຕົວໃຫ້ຊາວໂຣຮິນຈາຫຼາຍກວ່າ 2 ແສນຄົນ

UN ອອກບັດປະຈຳຕົວໃຫ້ຊາວໂຣຮິນຈາຫຼາຍກວ່າ 2 ແສນຄົນ

Published on

ສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UN) ອອກບັດປະຈຳຕົວໃຫ້ແກ່ຜູ້ລີ້ໄພຊາວໂຣຮິນຈາໃນບັງກາລາເດັດຫຼາຍວ່າ 250.000 ຄົນນັບແຕ່ກາງປີ 2018 ທີ່ຜ່ານມາ ເພື່ອຫວັງເພີ່ມຄວາມເປັນໄປໄດ້ໃນການເດີນທາງກັບມຽນມາໃນອະນາຄົດ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນເມື່ອວັນທີ 18 ພຶດສະພາຜ່ານມາ ໂດຍສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR) ໃຫ້ຮູ້ວ່າ ຊາວໂຣຮິນຈາຫຼາຍກວ່າ 250.000 ຄົນຈາກຈຳນວນທັງໝົດ 740.000 ຄົນທີ່ລີ້ໄພຈາກລັດຍະໄຂ່ໃນມຽນມາມາຍັງຄ້າຍຜູ້ລີ້ໄພໃນບັງກະລາເດັດນັບແຕ່ເກີດສະຖານະການຄວາມບໍ່ສະຫງົບໃນພື້ນທີ່ເມື່ອເດືອນສິງຫາ 2017 ໂດຍໄດ້ຂຶ້ນທະບຽນຢ່າງຖືກຕ້ອງຕາມກົດໝາຍກັບ UNHCR ແລະ ຮັບມອບບັດສະແດງຕົວຕົນທີ່ຮັບຮອງໂດຍລັດຖະບານບັງກະລາເດັດ ແລະ UNHCR ແຕ່ຜູ້ທີ່ຈະມີສິດຂໍບັດໄດ້ຕ້ອງມີອາຍຸແຕ່ 12 ປີຂຶ້ນໄປ.

ທັງນີ້ ຂະບວນການດັ່ງກ່າວເລີ່ມມາແຕ່ເດືອນມິຖຸນາ 2018 ຊຶ່ງ UNHCR ແລະ ລັດຖະບານບັງກະລາເດັດຫວັງເປັນຢ່າງຍິ່ງວ່າ ການອອກບັດປະຈຳຕົວໃຫ້ຊາວໂຣຮິນຈາທີ່ສະໝັກໃຈເຂົ້າຮ່ວມໂຄງການຈະສາມາດຄຸ້ມຄອງສິດທິມະນຸດສະທຳຂັ້ນພື້ນຖານຂອງເຂົາເຈົ້າໄດ້ໃນລະດັບໜຶ່ງ ນອກນີ້ ນັບແຕ່ຕົ້ນປີ 2019 ຜ່ານມາ ມີລາຍງານວ່າຊາວໂຣຮິນຈາຫຼາຍຮ້ອຍຄົນຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ ແລະ ຫຼົບໜີອອກຈາກຄ້າຍຜູ້ລີ້ໄພໃນບັງກະລາເດັດ ແລະ ເມື່ອອາທິດທີ່ຜ່ານມາເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງບັງກະລາເດັດກໍໄດ້ວິສາມັນຜູ້ຕ້ອງສົງໄສເປັນເຄືອຂ່າຍຂອງຂະບວນການຄ້າມະນຸດ 2 ຄົນ ແລະ ຊ່ວຍເຫຼືອຊາວໂຣຮິນຈາໄດ້ 103 ຄົນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Getty Images

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...