Homeຂ່າວຕ່າງປະເທດຣາຊິນີແຫ່ງອັງກິດປະກາດຮັບສະໝັກເຈົ້າໜ້າທີ່ໂຊຊຽວມີເດຍ

ຣາຊິນີແຫ່ງອັງກິດປະກາດຮັບສະໝັກເຈົ້າໜ້າທີ່ໂຊຊຽວມີເດຍ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ພຶດສະພາຜ່ານມາວ່າ ເຖິງບັນດາທ່ານທີ່ສົນໃຈຕິດຕາມຂ່າວສານຂອງຣາຊະວົງອັງກິດ ລວມເຖິງມີຄວາມຊ່ຽວຊານໃນການນຳໃຊ້ໂຊຊຽວມີເດຍທີ່ຫຼາກຫຼາຍ ໂດຍສະເພາະທະວິດເຕີ ແລະ ອິນສະຕຣາແກຣມ ທ່ານອາດໂຊກດີໄດ້ເຂົ້າມາເປັນສ່ວນໜຶ່ງຂອງທີມສື່ສານໃນຣາຊະວົງອັງກິດ ເມື່ອເວັບໄຊຂອງສຳນັກພຣະຣາຊະວັງອັງກິດໄດ້ປະກາດຮັບສະໝັກເຈົ້າໜ້າທີ່ໃນຕຳແໜ່ງສື່ສານດິຈິຕອລ ເພື່ອຮັກສາສະຖານະ ແລະ ພາບພົດຂອງສົມເດັດພຣະຣາຊິນີໃນສາຍຕາສາທາ ລະນະ ແລະ ເວທີໂລກ.

ລາຍງານຂ່າວດຽວກັນລະບຸຕື່ມວ່າ ວຽກດັ່ງກ່າວແມ່ນເປັນວຽກປະຈຳ ແລະ ຈະໄດ້ຮັບເງິນເດືອນເລີ່ມຕົ້ນທີ່ 30.000 ປອນ (ສະກຸນເງິນອັງກິດ) ຫຼື ຂຶ້ນຢູ່ກັບປະສົບການຂອງຜູ້ກ່ຽວ ຊຶ່ງຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບສະຫວັດດີການທີ່ຄວບຄຸມຫຼາຍຢ່າງ ລວມທັງສິດສຳລັບພັກປະຈຳປີໄດ້ເຖິງ 33 ວັນຕໍ່ປີ ອາຫານທ່ຽງຟຣີ ແລະ ສະຖານທີ່ເຮັດວຽກກໍຢູ່ໃນພຣະຣາຊະວັງບັກກິງແຮມອີກດ້ວຍ.

ທັງນີ້ ຣາຊະວົງອັງກິດຖືເປັນພຣະຣາຊະວົງທີ່ປັບຕົວເຂົ້າສູ່ໂລກສະໄໝໃໝ່ໄດ້ເປັນຢ່າງດີ ໂດຍສົມເດັດພຣະຣາຊິນີໄດ້ໂພສຂໍ້ຄວາມຜ່ານອິນສະຕຣາແກຣມ theroyalfamily ເປັນຄັ້ງທຳອິດເມື່ອເດືອນມີນາ 2019 ທີ່ຜ່ານມາໂດຍມີໃຈຄວາມວ່າ “ຂ້າພະເຈົ້າໄດ້ໄປຢ້ຽມຢາມພິພິທະພັນວິທະຍາສາດ ຂ້າພະເຈົ້າຮູ້ສຶກສົນໃຈຈົດໝາຍຊຶ່ງຂຽນໂດຍເຈົ້າຊາຍ ອັລເບີດ ເມື່ອປີ 1843 ຊຶ່ງເປັນບັນພະບຸລຸດຂອງຂ້າພະເຈົ້າເອງ ໂດຍມີບົດຄວາມບາງຕອນໃນຂໍ້ຄວາມທີ່ຊົງຂຽນຜ່ານໄອແພັດ (iPad).

ຣາຊະວົງອັງກິດມີຜູ້ຕິດຕາມຜ່ານໂຊຊຽວມີເດຍຫຼາຍລ້ານຄົນ ທັງໃນບັນຊີອິນສະຕຣາ ແກຣມ ເຟສບຸ໊ກ ແລະ ທະວິດເຕີ ຊຶ່ງຈຳນວນນີ້ລວມເຖິງບັນຊີຂອງ ດະຍຸກ ແລະ ດັຊເຊສ ແຫ່ງເຄມບຣິດ ດະຍຸກ ແລະ ດັຊເຊສແຫ່ງຊັສເຊກ ມູນນິທິໃນພຣະອຸປະຖຳ ແລະ ບັນຊີແຄລເຣນເຮົາຂອງເຈົ້າຟ້າຊາຍຊາລສ.

ຂະນະທີ່ເມື່ອທ້າຍເດືອນເມສາຜ່ານມາ ສຳນັກພຣະຣາຊະວັງຕ້ອງຮັບມືກັບບັນດາຄວາມຄິດເຫັນທີ່ບໍ່ເໝາະສົມຜ່ານໂລກໂຊຊຽວມີເດຍຫຼາຍຄັ້ງ ຈິ່ງເຮັດໃຫ້ສຳນັກພຣະຣາຊະວັງຕ້ອງປະກາດກົດເກນຊຸດໃໝ່ເຖິງວິທີການຮັບມືກັບຂໍ້ຄວາໝິ່ນປະໝາດໃນຮູບແບບຕ່າງໆ ທັງການບລ໋ອກ ກົດເຊື່ອງ ລຶບຖິ້ມ ຫຼື ອາດນຳຂໍ້ຄວາມໄປແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດເພື່ອດຳເນີນຄະດີຕາມກົດໝາຍ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:  posttoday

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...