spot_img
Homeຂ່າວພາຍ​ໃນຄາດວ່າຈະມີນັກທ່ອງທ່ຽວຈີນເຂົ້າມາລາວເພີ່ມຂຶ້ນໃນປີ 2019

ຄາດວ່າຈະມີນັກທ່ອງທ່ຽວຈີນເຂົ້າມາລາວເພີ່ມຂຶ້ນໃນປີ 2019

Published on

ໃນປີ 2018 ທີ່ຜ່ານມາ ລັດຖະບານລາວໄດ້ເປີດປີທ່ອງທ່ຽວລາວ ຊຶ່ງເຫັນວ່າໄດ້ຮັບຜົນສໍາເລັດພໍສົມຄວນ ໂດຍມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມລາວເຖິງ 4 ລ້ານກວ່າຄົນ ໃນນັ້ນ ນັກທ່ອງທ່ຽວຈາກ ສປ ຈີນ ເກືອບ 8 ແສນຄົນ ເພີ່ມຂຶ້ນ 8% ເມື່ອທຽບໃສ່ປີ 2017 ແລະ ຄາດວ່າໃນປີ 2019 ຈໍານວນນັກທ່ອງທ່ຽວຈາກ ສປ ຈີນ ຈະເພີ່ມຂຶ້ນຫຼາຍກວ່າປີຜ່ານມາ.

ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວໃນງານສະແດງຜະລິດຕະພັນທ່ອງທ່ຽວ ແລະ ວັດທະນະທໍາອາຊີ ຊຶ່ງຈັດຂຶ້ນເມື່ອວັນທີ 16 ພຶດສະພາ 2019 ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍມີຕົວແທນຈາກ 47 ປະເທດໃນຂົງເຂດອາຊີ ລວມທັງປະເທດກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກໍເພື່ອເປັນການສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ແໜ້ນແຟ້ນ ແລະ ເປີດກວ້າງກວ່າເກົ່າ ໂດຍລັດຖະບານທັງສອງປະເທດໄດ້ສືບຕໍ່ເປີດປີທ່ອງທ່ຽວ ລາວ-ຈີນ 2019 ທັງຈັດຕັ້ງປະຕິບັດຫຼາຍກິດຈະກໍາສຳຄັນຮ່ວມກັນ ເປັນຕົ້ນແມ່ນກິດຈະກໍາພາຍໃຕ້ວາລະປິ່ນອອ້ມຕາມສອງຝ່າຍເຫັນດີເປັນເອກະພາບຮ່ວມກັນຄື ຈັດສໍາມະນາສົ່ງເສີມການທ່ອງທ່ຽວ ລາວ-ຈີນ ວາງສະແດງກ່ຽວກັບວັດທະນະທໍາ ສິລະປະ-ດົນຕີ ແລະອື່ນໆ.

ຕະຫຼອດໄລຍະຜ່ານມາລັດຖະບານໄດ້ເອົາໃຈໃສ່ ແລະ ເລັ່ງລັດພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວໃນທົ່ວປະເທດຂອງ ສປປ ລາວ ເພື່ອເຊື່ອມໂຍງກັບບັນດາປະເທດໃກ້ຄຽງ ແລະ ພາກພື້ນ  ທັງໄດ້ພັດທະນາຜະລິດ ຕະພັນທ່ອງທ່ຽວແບບຊຸມຊົນມີສ່ວນຮ່ວມ ແນໃສ່ເພື່ອຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ.

ຢ່າງໃດກໍດີ ວຽກງານທ່ອງທ່ຽວແມ່ນໜຶ່ງໃນຂະແໜງເສດຖະກິດທີ່ໄດ້ຮັບການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ວ່ອງໄວ ໃນຫຼາຍປະເທດ ໂດຍສະເພາະໃນຂົງອາຊີ ແລະ ທົ່ວໂລກ ຊຶ່ງໃນໄລຍະຜ່ານມາລັດຖະບານ ສປປ ລາວ ໄດ້ຖືເອົາວຽກງານດັ່ງກ່າວເປັນໜຶ່ງໃນຫຼາຍບຸລິມະສິດສໍາຄັນທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມ ໂດຍສຸມໃສ່ນະໂຍບາຍການທ່ອງທ່ຽວແບບທໍາມະຊາດ ປະຫວັດສາດ ແລະ ວັດທະນະທໍາ ເປັນຫຼັກ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ທ່ານລັດຖະມົນຕີກະຊວງ ຖວທ ຍັງກ່າວວ່າ ສປປ ລາວ ແລະ ສປ ຈີນ ມີຊາຍແດນຕິດຈອດກັນ ຊຶ່ງມີດ່ານສາກົນ 2 ແຫ່ງ ແລະ 6 ດ່ານປະເພນີ ອັນໄດ້ປະກອບສ່ວນສໍາຄັນເອື້ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ຂະນະດຽວກັນ ຍັງໄດ້ເປີດສາຍການບິນລະຫວ່າງປະເທດແບບບິນກົງຮ່ວມກັນລະຫວ່າງ ນະຄອນຫຼວງວຽງຈັນ ແລະ ເມືອງມໍລະດົກໂລກ ແຂວງຫລວງພະບາງ ຫາ ກວາງໂຈ ຄຸນໝິງ ໜານໜິງ ຊາງໂຈ ເຊີນຕູ ຊາງໄຮ ແລະ ອື່ນໆ ທັງນີ້ ໃນປີ 2021 ນີ້ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ກໍຈະສໍາເລັດ ແລະ ເປີດໃຫ້ບໍລິການຢ່າງເປັນທາງການ ຊຶ່ງຈະກາຍເປັນສັນຍານອັນດີລະຫວ່າງ ສປປ ລາວ ຈີນ ແລະ ອາຊຽນ ໃນການເພີ່ມທະວີການເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງໃນການຮ່ວມມືສອງຝ່າຍສໍາລັບຂະແໜງອຸດສາຫະກໍາທ່ອງທ່ຽວຢ່າງຊັດເຈນ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...