Homeຂ່າວທ້ອງຖິ່ນປກສ ເມືອງທຸລະຄົມ ຈັບແກ້ງຄ້າ-ຂາຍຢາເສບຕິດພ້ອມຂອງກາງ

ປກສ ເມືອງທຸລະຄົມ ຈັບແກ້ງຄ້າ-ຂາຍຢາເສບຕິດພ້ອມຂອງກາງ

Published on

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ປາບປາມຢາເສບຕິດກອງບັນຊາການ ປກສ ເມືອງທຸລະຄົມ ແຂວງວຽງຈັນ ສາມາດຈັບກຸ່ມແກ້ງຄ້າ-ຂາຍຢາເສບຕິດ 6 ຄົນປະກອບມີ ທ້າວ ຈອມແກ້ວ ອາຍຸ 37 ປີ ອາຊີບກຳມະກອນ ຢູ່ບ້ານເວີນສານ ເມືອງວຽງຄຳ ແຂວງວຽງຈັນ ທ້າວ ຂັນໄຊ ອາຍຸ 32 ປີ ອາຊີບກະມະກອນ ຢູ່ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ທ້າວ ນ້ອຍ ອາຍຸ 59 ປີ ຢູ່ບ້ານດົງ ເມືອງທຸລະຄົມ ແຂວງວຽງຈັນ ທ້າວ ຕຸ້ຍ ອາຍຸ 32 ປີ ຢູ່ບ້ານດົງ ເມືອງທຸລະຄົມ ແຂວງວຽງຈັນ ທ້າວ ບົວວັນ ອາຍຸ 35 ປີ ຢູ່ບ້ານໂພນໝີເໜືອ ເມືອງວຽງຄຳ ແຂວງວຽງຈັນ ແລະ ທ້າວ ໄຊສະຫວາດ ອາຍຸ 16 ປີ ຢູ່ບ້ານນາເຄືອ ເມືອງວຽງຄຳ ແຂວງວຽງຈັນ ພ້ອມທັງຢຶດຂອງກາງປະເພດຢາບ້າໄດ້ 4.040 ເມັດ ແລະ ໂທລະສັບມືຖື  10 ໝ່ວຍ ລວມມູນຄ່າ 40.850.000 ກີບ.

ຜ່ານການສືບສວນ-ສືບສວນຂອງເຈົ້າໜ້າທີ່ ເຫັນວ່າແຕ່ລະຄົນແມ່ນມີຄວາມຜິດຂໍ້ຫາຄ້າ-ຂາຍຢາເສບຕິດປະເພດຢາບ້າແທ້ ຊຶ່ງຜິດຕໍ່ລະບຽບກົດໝາຍຍາແຫ່ງ ມາດຕາ 75 ມາດຕາ 76 ແລະ ມາຕາ 142  ດັ່ງນັ້ນ ທາງໜ່ວຍງານ ປກສ  ຈິ່ງໄດ້ນຳສົ່ງຜູ້ຕ້ອງຫາ ແລະ ຂອງກາງ ພ້ອມຂໍ້ມູນຕ່າງໆນຳສົ່ງໃຫ້ພະແນກສະກັດກັ້ນ ແລະ ປາບປາມຢາເສບຕິດ ກອງບັນຊາການ ປກສ ແຂວງວຽງຈັນ ເພື່ອສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ຂ່າວ: ຈັນສະໝອນ ຊາມຸນຕີ (ແຂວງວຽງຈັນ)

ແຫຼ່ງຂໍ້ມູນ ແລະ ຮູບພາບ: ປກສ ເມືອງທຸລະຄົມ ແຂວງວຽງຈັນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...