Homeຂ່າວພາຍ​ໃນລັດສົ່ງເສີມປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

ລັດສົ່ງເສີມປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

Published on

ກະຊວງການຕ່າງປະເທດຮ່ວມກັບກົມເສດຖະກິດ-ສັງຄົມ ຂອງອົງການສະຫະປະຊາຊາດ (UN-DESA) ໄດ້ຈັດກອງປະຊຸມຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ແກ່ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ (ປພຍ) ແລະ ຄະນະຈຸດປະສານງານ ປພຍ ແຫ່ງຊາດ ເພື່ອສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ ໃຫ້ມີຜົນສຳເລັດສູງ ກອງປະຊຸມດັ່ງກ່າວໄດ້ຈັດຂື້ນເມື່ອວັນ​ທີ 17 ພຶດ​ສະ​ພາ 2019 ທີ່​ນະ​ຄອນ​ຫຼວງວຽງ​ຈັນ ໂດຍມີນັກສຳມະນາຈາກພາຍໃນ ແລະ ຕ່າງປະເທດເຂົ້າຮວ່ມ.

ການຝຶກອົບຮົມຄັ້ງນີ້ຍັງເປັນການສົ່ງເສີມການປະສານງານເພື່ອການຈັດຕັ້ງປະຕິບັດວາລະປີ 2030 ຢູ່ ສປປ ລາວ ໂດຍສະເພາະແມ່ນເພື່ອຍົກລະດັບບັນດາວິຊາການຂອງກອງເລຂາ ປພຍ ກ່ຽວກັບການສ້າງແຜນງານ ນະໂຍບາຍ ແລະ ກິດຈະກໍາຕ່າງໆເພື່ອປັບປຸງການປະສານງານກັບບັນດາຈຸດປະສານງານ ປພຍ ຂອງແຕ່ລະຂະແໜງການໃຫ້ມີປະສິດຕິພາບ ທັງແນໃສ່ສ້າງຄວາມອາດສາມາດຂອງບັນດາຈຸດປະສານງານ ປພຍ ຂອງແຕ່ລະກະຊວງກ່ຽວກັບການຈັດຕັ້ງປະຕິບັດ ປພຍ ໂດຍສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ເພື່ອສາມາດບັນລຸໄດ້ແນວທາງການພັດທະນາທີ່ຍືນຍົງ ແລະ ການບໍ່ຖິ້ມໃຜໄວ້ຂ້າງຫຼັງ.

ທ່ານ ອານຸພາບ ວົງໜໍ່ແກ້ວ ຫົວໜ້າກົມອົງການຈັດຕັ້ງສາກົນ ແລະ ທັງເປັນຫົວໜ້າກອງເລຂາຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ ກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງການມີສ່ວນຮ່ວມຂອງທຸກຂະແໜງການຂອງລັດ ນັບທັງພາກເອກະຊົນ ແລະ ທຸກຂະແໜງການທີ່ກ່ຽວຂ້ອງທັງສາຍຕັ້ງ ແລະ ສາຍຂວາງ ບົນພື້ນຖານການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງປະເທດ ວຽກງານດັ່ງກ່າວນີ້ແມ່ນນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ຄຽງຄູ່ກັບການພັດທະນາແບບຍືນຍົງກໍຍັງຕ້ອງການບັນລຸໄດ້ຄໍາຂວັນຂອງອົງການ ສປຊ ໃນການ “ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ”.

ດັ່ງນັ້ນ ການສ້າງຄວາມອາດສາມາດຂອງກອງເລຂາ ປພຍ ແລະ ບັນດາຄະນະຈຸດປະສານງານ ປພຍ ແຫ່ງຊາດ ຈິ່ງເປັນພື້ນຖານອັນສໍາຄັນໃນການດໍາເນີນການຈັດຕັ້ງປະຕິບັດ ປພຍ ແຕ່ນີ້ຮອດປີ 2030.

ທ່ານ ນາງ ຊາ​ຣາ ເຊັນ​ເກນ​ເນ​ສ ກໍໄດ້ກ່າວວ່າ ການສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມຈະສາມາດຊ່ວຍກຸ່ມຜູ້ດ້ອຍໂອກາດໃນສົງຄົມ ແລະ ພວກເຮົາເອງສາມາດຊ່ວຍໃຫ້ພວກເຂົາສ້າງຄວາມອາດສາມາດ ແລະ ປັບປຸງການດໍາລົງຊີວິດຂອງພວກເຂົາໄດ້ ນອກນັ້ນ ກອງປະຊຸມຍັງໄດ້ມີການສົນທະນາ ແລະ ປະກອບຄໍາເຫັນຢ່າງຟົດຟື້ນກ່ຽວກັບບົດບາດຂອງຂະແໜງການໃນການສ້າງກິດຈະກໍາ ແລະ ການວາງແຜນເພື່ອຊຸກຍູ້-ສົ່ງເສີມໃຫ້ມີການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...