Homeຂ່າວຕ່າງປະເທດສະພາໄຕ້ຫວັນຜ່ານຮ່າງກົດໝາຍໃຫ້ເພດດຽວກັນແຕ່ງດອງ

ສະພາໄຕ້ຫວັນຜ່ານຮ່າງກົດໝາຍໃຫ້ເພດດຽວກັນແຕ່ງດອງ

Published on

ສຳນັກຂ່າວຕ່່າງປະເທດລາຍງານຈາກນະຄອນຫຼວງໄທເປ ສາທາລະນະລັດຈີນ (ໄຕ້ຫວັນ) ເມື່ອວັນທີ 17 ພຶດສະພາວ່າ ສະພານິຕິບັດຢັດຂອງໄຕ້ຫວັນມີມະຕິສຽງສ່ວນຫຼາຍ (66-27 ສຽງ) ໃຫ້ຮັບຮອງຮ່າງກົດໝາຍການຈົດທະບຽນສົມລົດຂອງຄູ່ຮັກເພດດຽວກັນ ໂດຍໄດ້ລະບຸເຖິງການປ່ຽນແປງສະຖານະພາບຂອງຄູ່ຮັກເພດດຽວກັນໃນຖານະ “ຄູ່ຊີວິດຖາວອນແບບພິເສດ” ເປັນ “ຄູ່ຮັກທີ່ສາມາດແຕ່ງດອງກັນໄດ້ຖືກຕ້ອງຕາມກົດໝາຍ”.

ທັງນີ້ ໄຕ້ຫວັນຖືເປັນປະເທດທຳອິດໃນທະວີບອາຊີທີ່ອະນຸມັດຜ່ານຮ່າງກົດໝາຍດັ່ງກ່າວ ແລະ ຍັງຖືເປັນຄວາມສຳເລັດຄັ້ງສຳຄັນຂອງກຸ່ມອະນຸຮັກຄວາມຫຼາກຫຼາຍທາງເພດໃນໄຕ້ຫວັນທີ່ໄດ້ເຄື່ອນໄຫວມາຫຼາຍປີ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...