Homeຂ່າວຕ່າງປະເທດມາເບີ່ງບໍລິສັດຢູ່ຈີນ ປະກາດຮັບສະໝັກພະນັກງານ ນອນລ້າໆກໍມີເງິນເດືອນ!

ມາເບີ່ງບໍລິສັດຢູ່ຈີນ ປະກາດຮັບສະໝັກພະນັກງານ ນອນລ້າໆກໍມີເງິນເດືອນ!

Published on

ຖືເປັນກະແສທີ່ພວມໄດ້ຮັບຄວາມສົນໃຈຈາກຊາວໂຊຊຽວ ເມື່ອສຳນັກຂ່າວຊື່ດັງຂອງຈີນໄດ້ລາຍງານຂ່າວກ່ຽວກັບບໍລິສັດແຫ່ງໜຶ່ງ ທີ່ມີຊື່ວ່າ “ເໜົ່າໄປ໋ຈິນ” ຊຶ່ງໄດ້ປະກາດຮັບສະໝັກພະນັກງານໃຫ້ມານອນຫຼັບໂດຍບໍ່ຕ້ອງເຮັດຫຍັງເລີຍ ພຽງແຕ່ກຽມເສື້ອຜ້າ ແລະ ຮ່າງກາຍໃຫ້ພ້ອມເທົ່ານັ້ນ.

ໂດຍບໍລິສັດຈະຈ່າຍເງິນເດືອນໃຫ້ຄົນທີ່ໄດ້ເຂົ້າມາເຮັດວຽກໃນຕຳແໜ່ງດັ່ງກ່າວຫຼາຍກວ່າ 10 ລ້ານກີບຕໍ່ເດືອນ ແລະ ຈະໄດ້ເຊັນສັນຍາເປັນເວລາ 1 ປີ ຊຶ່ງພາຍຫຼັງທີ່ທາງບໍລິສັດໄດ້ປະກາດຮັບສະໝັກຜ່ານທາງເວັບໄຊກໍມີຜູ້ຄົນຈຳນວນຫຼາຍໃຫ້ຄວາມສົນໃຈ ແຕ່ວ່າກ່ອນທີ່ຈະຖືກຮັບເຂົ້າມາເປັນພະນັກງານໄດ້ນັ້ນກໍຕ້ອງໄດ້ຜ່ານການຄັດເລືອກ ແລະ ກວດສອບປະຫວັດ ລວມເຖິງຄຸນສົມບັດກ່ອນ ໂດຍຜູ້ທີ່ຈະໄດ້ຮັບຄັດເລືອກຈະຕ້ອງເປັນຄົນທີ່ມັກໃນການນອນແທ້ໆ ຕ້ອງມີສຸຂະພາບແຂງແຮງ ບໍ່ມີພະຍາດປະຈຳຕົວ ແລະ ທີ່ສຳຄັນທີ່ສຸດແມ່ນຕ້ອງມີສະຖານະໂສດເທົ່ານັ້ນ.

ຊຶ່ງຈຸດປະສົງຂອງບໍລິສັດກໍເພື່ອສຶກສາພຶດຕິກຳການນອນຂອງແຕ່ລະຄົນ ເພື່ອນຳໄປສູ່ການວິເຄາະ ແລະ ວິໄຈກ່ຽວກັບອາການນອນບໍ່ຫຼັບ ທັງນີ້ ກໍເພື່ອນຳໃຊ້ເປັນຂໍ້ມູນສະຖິຕິໃນການຕໍ່ຍອດກ່ຽວກັບການປິ່ນປົວອາການນອນບໍ່ຫຼັບໃນອະນາຄົດ.

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: postjung.com

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...