Homeຂ່າວພາຍ​ໃນສະມາຄົມນັກທຸລະກິດລາວ-ຫວຽດນາມ ຫາລືສົ່ງເສີມການຮ່ວມມືດ້ານທຸລະກິດ​ໃນ​ລາວ

ສະມາຄົມນັກທຸລະກິດລາວ-ຫວຽດນາມ ຫາລືສົ່ງເສີມການຮ່ວມມືດ້ານທຸລະກິດ​ໃນ​ລາວ

Published on

ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ​ໄດ້​ພົບປະແລກ-ປ່ຽນບົດຮຽນກັບ​ສະມາຄົມ ນັກທຸລະກິດຫວຽດນາມ ຮ່ວມມື ແລະ ລົງທຶນ ປະຈຳລາວ ໃນວັນທີ 14 ພຶດສະພາ 2019 ຢູ່​ນະຄອນ ຫລວງ​ວຽງຈັນ, ເພື່ອຊອກ​ຫາ​ຊ່ອງ​ທາງສົ່ງເສີມການ​ຮ່ວມ​ມື​ ໃນການດຳເນີນທຸລະກິດໃຫ້ສະມາຊິກຂອງ ສອງ ສະມາຄົມ ​ໃຫ້ສາມາດຈັບຄູ່ຮ່ວມມືທາງທຸລະກິດຫລາຍ​ຂຶ້ນ.

ໃນ​ການ​ພົບ​ປະ​ຄັ້ງ​ນີ້,​ ນັກທຸລະກິດຂອງສອງ​ສະມາຄົມ​ດັ່ງກ່າວ ​ໄດ້ພ້ອມ​ກັນ​ປຶກສາ​ຫາລື ຊອກ​ຫາທິດທາງການຮ່ວມມື​ໃນ​ດ້ານ​ຕ່າງໆ ​ເພື່ອ​ເຮັດ​ໃຫ້ການ​ຮ່ວມ​ມື-​ການ​ລົງທຶນ ລະຫວ່າງ​ສອງ​ຝ່າຍ ມີ​ປະສິດ​ທິ​ຜົນສູງຂຶ້ນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ. ພ້ອມ​ດຽວກັນ​ນີ້, ກໍ​ໄດ້​ມີ​ພິທີ​ລົງ​ນາມ​ສັນຍາ​ການຮ່ວມ​ມື​​ ທາງ​ດ້ານ​ທຸລະ​ກິດ ລະຫວ່າງ ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ​ແລະ ນັກທຸລະກິດຫວຽດນາມ ຮ່ວມມື ແລະ ລົງທຶນ ປະຈຳລາວ ​​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງຢ່າງຮອບດ້ານ ​​ໃນ​ການ​ບໍລິການ​ທຸລະ​ກິດ​ຄົບ​ວົງ​ຈອນ, ການ​ຮ່ວມ​ມື, ການ​ຈັບ​ຄູ່​ຄ້າ​ທຸລະ​ກິດ ​ແລະ ການ​ແລກປ່ຽນຂໍ້​ມູນ​ຂ່າວສານ​ເຊິ່ງກັນ ​ແລະ ກັນ.

ໃນ​ໂອກາດ​ນີ້, ທ່ານ ວິໄລສານ ພົມມີໄຊ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໄດ້ຍົກໃຫ້ເຫັນ​ເຖິງພາລະບົດບາດ ຂອງສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ​ເຊິ່ງ​ເປັນ​ບ່ອນເຕົ້າໂຮມຄວາມສາມັກຄີຂອງບັນດານັກທຸລະກິດ, ຊາວຄ້າຂາຍ, ຜູ້ປະກອບການ ເພື່ອຊຸກຍູ້ສົ່ງເສີມໃຫ້ມີຄວາມເຂັ້ມແຂງ, ສ້າງໃຫ້ຊາວໜຸ່ມກາຍເປັນຜູ້ປະກອບການໃໝ່, ເປັນກຳລັງແຮງປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ທັງ​ເປັນ​ການ​ສ້າງ​ນັກທຸລະກິດໜຸ່ມ ​ແລະ ປຸກລະດົມ​ຜູ້​ປະກອບ​ການ ລຸ້ນ​ໃໝ່​ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເຂົ້າ​ເປັນ​ສະມາຊິກ ສະມາຄົມ​ທຸລະ​ກິດ​ແຫ່ງ​ຊາດລາວ ​​ແລະ ອື່ນໆ.

ຂຽນໂດຍ: ບຸນມີ ບຸນມີໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...