Homeຂ່າວຕ່າງປະເທດເກີດອຸບັດເຫດເຮືອບິນຮັບ-ສົ່ງນັກທ່ອງທ່ຽວຕຳກັນກາງອາກາດ

ເກີດອຸບັດເຫດເຮືອບິນຮັບ-ສົ່ງນັກທ່ອງທ່ຽວຕຳກັນກາງອາກາດ

Published on

ເກີດອຸບັດເຫດເຮືອບິນຂະໜາດນ້ອຍ 2 ລຳ ຊຶ່ງເປັນເຮືອບິນຮັບ-ສົ່ງນັກທ່ອງທ່ຽວໄປ-ກັບເຮືອສຳລານຕຳກັນກາງອາກາດຢູ່ເຂດນອກແຄມຝັ່ງລັດອະລາສກາ ສະຫະລັດອາເມຣິກາ.

ລາຍງານຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 14 ພຶດສະພາຜ່ານມາວ່າ ເຮືອບິນນ້ອຍ 2 ລຳ ຊຶ່ງມີຜູ້ໂດຍສານລວມກັບນັກບິນທັງໝົດ 16 ຄົນ ໄດ້ເກີດອຸບັດເຫດຕຳກັນກາງອາກາດ ຊຶ່ງເຫດການດ່ັ່ງກ່າວເກີດຂຶ້ນເມື່ອເວລາປະມານ 13:00 ໂມງ (ຕາມເວລາທ້ອງຖິ່ນ) ຂະນະທີ່ເຮືອບິນທັງສອງລຳພວມນຳສົ່ງນັກທ່ອງທ່ຽວໄປ-ກັບລະຫວ່າງເຮືອສຳລານ ຣໍຢັລ ພຣິນເຊສ.

ເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 5 ລາຍ ສູນຫາຍ 1 ຄົນ ສ່ວນອີກ 10 ຄົນໄດ້ຮັບບາດເຈັບ ຊຶ່ງ 1 ໃນຜູ້ເສຍຊີວິດແມ່ນ ນັກບິນ ແລະ ອີກ 4 ລາຍແມ່ນນັກທ່ອງທ່ຽວ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...