Homeຂ່າວຕ່າງປະເທດອາໄລການຈາກໄປຂອງ ດໍຣິສ ເດ

ອາໄລການຈາກໄປຂອງ ດໍຣິສ ເດ

Published on

ມູນນິທິ ດໍຣິສ ເດ ແອນນິມອລ ໄດ້ອອກຖະແຫຼງຂ່າວເມື່ອວັນທີ 13 ພຶດສະພາຜ່ານມາວ່າ ດໍຣິສ ເດ ນັກສະແດງຍິງອາວຸໂສໃນໄວ 97 ປີ ໄດ້ເສຍຊີວິດລົງແລ້ວຢ່າງສະຫງົບທີ່ບ້ານພັກຂອງນາງໃນຄາຣເມລ ວັລເລ ລັດແຄລິຟໍຣເນຍ ຊຶ່ງມີບັນດາຍາດພີ່ນ້ອງ ຄົນໃນຄອບຄົວ ແລະ ໝູ່ເພື່ອນຄອຍຢູ່ຄຽງຂ້າງນາງຈົນວາລະສຸດທ້າຍ.

ດໍຣິສ ເຄີຍຮ່ວມສະແດງຮູບເງົາຫຼາຍເລື່ອງກັບບັນດາຊຸບເປີສະຕາຣຊື່ດັງຫຼາຍຄົນໃນຊ່ວງປີ 1950-1960 ນອກນີ້ ດໍຣິສ ກໍເຄີຍຖືກສະເໜີຊື່ເຂົ້າຊີງລາງວັນອອສກາຈາກການສະແດງຮູບເງົາເລື່ອງ Pillow Talk ນອກນີ້ ນາງກໍມີໂອກາດໄດ້ໂຊພະລັງສຽງໃນການຮ້ອງເພງປະກອບຮູບເງົາເລື່ອງ The Man Who Know Too Much ທີ່ມີຊື່ເພງວ່າ Que Sera,Sera ຊຶ່ງເພງດັ່ງ ກ່າວກໍໄດ້ກາຍເປນເພງຍຍອດນິຍົມປະຈຳຕົວຂອງ ດໍຣິສ ເດ ຕະຫຼອດມາ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: kapook.com

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...