spot_img
Homeຂ່າວພາຍ​ໃນ"ປືນ" ອາດບໍ່ຊ່ວຍແກ້ໄຂໄດ້ທຸກບັນຫາ!

“ປືນ” ອາດບໍ່ຊ່ວຍແກ້ໄຂໄດ້ທຸກບັນຫາ!

Published on

ສັງຄົມອອນລາຍໃນປັດຈຸບັນກຳລັງວິພາກວິຈານກ່ຽວກັບວິດີໂອຄລິບ ແລະ ຮູບພາບຂອງຄົນທີ່ກຳລັງຖືປືນ ຊຶ່ງໄດ້ກ່າວອ້າງອິດທິພົນຂອງຕົນເອງ ແລະ ພະຍາຍາມໃຊ້ປືນໃນການແກ້ໄຂບັນຫາ ຊຶ່ງກໍມີຫຼາຍກໍລະນີທີ່ຜ່ານມາແມ່ນບໍ່ມີບັນຫາໃດທີ່ສາມາດແກ້ໄຂໄດ້ໂດຍການໃຊ້ອາວຸດປືນ ກົງກັນຂ້າມຍິ່ງເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມເມື່ອມີປືນເຂົ້າມາມາກ່ຽວຂ້ອງ.

ເຫັນໄດ້ໃນກໍລະນີທີ່ເກີດຂຶ້ນເມື່ອບໍ່ດົນມານີ້ ຊຶ່ງມີເຈົ້າໜ້າທີ່ຕຳຫຼວດຄົນໜຶ່ງເກີດຂໍ້ຂັດແຍ່ງກັນເລັກນ້ອຍຈາກການເກີດອຸບັດເຫດ ເເລະ ໄດ້ຈົກປືນອອກມາຂົ່ມຂູ່ຄູ່ກໍລະນີ ແລະ ເຫດການດັ່ງກ່າວກໍຖືກຖ່າຍຄລິບວິດີໂອເອົາໄວ້ ຊຶ່ງກໍລະນີດັ່ງກ່າວຖືເປັນການໃຊ້ອຳ ນາດໃນທາງບໍ່ຖືກຕ້ອງ ແລະ ບໍ່ເໝາະສົມ ແລະ ໄດ້ເກີດກະເເສຄຳເວົ້າທີ່ວ່າ ມຶງລູກໃຜ? ໃນຂະນະທີ່ຍົກປືນຂຶ້ນມາຂົ່ມຂູ່ຄູ່ກໍລະນີ ແຕ່ໂຊກຍັງດີປືນທີ່ລາວຈົກອອກມານັ້ນຍິງບໍ່ອອກ ແຕ່ວ່າການກະທຳດັ່ງກ່າວກໍກາຍເປັນເລື່ອງທີ່ຖືກເວົ້າເຖິງໄວທີ່ສຸດເທິງໂລກ ອອນລາຍ.

ດັ່ງນັ້ນ ຈິ່ງເກີດຄຳຖາມຂຶ້ນມາວ່າ ເປັນຫຍັງຊາຍຄົນນັ້ນຈິ່ງຈົກປືນລາວອອກຢ່າງໄວວາ? ແທນທີ່ຈະສະຫງົບສະຕິອາລົມ ແລ້ວຄ່ອຍໆລົມກັນດ້ວຍເຫດ ແລະ ຜົນ ເພື່ອຊອກຫາທາງອອກຮ່ວມກັນກັບຄູ່ກໍລະນີ? ແລະ ຖ້າຫາກວ່າປືນກະບອກນັ້ນສາມາດຍິງອອກມາໄດ້ແທ້? ​ສະຖານະການທີ່ເກີດຂຶ້ນຂະນະນັ້ນຈະເປັນແນວໃດ?​ ຊຶ່ງໃນຂະນະທີ່ເກີດເຫດນັ້ນ ຜູ້ກ່ຽວແມ່ນມີອາການມຶນເມົາພໍສົມຄວນ ຊຶ່ງອາດຈະເຮັດໃຫ້ລາວບໍ່ສາມາດຄວບຄຸມສະຕິຂອງຕົນເອງໄດ້ ແລະ ອາດຈະເກີດມີກໍລະນີຮ້າຍແຮງເຖິງຂັ້ນບາດເຈັບ ຫຼື ເສຍຊີວິດກໍເປັນໄດ້  ຈາກເຫດການດ່ັ່ງກ່າວສັງຄົມອອນລາຍກໍມີການແຊຣຄລິບອີກຄລີບໜຶ່ງທີ່ເຫດການຄ້າຍຄືກັນຊຶ່ງເປັນ ເຫດການທີ່ກ່ຽວກັບຄວາມຂັດແຍ່ງທາງດ້ານທີ່ດິນ ຊຶ່ງເຈົ້າຂອງດິນໄດ້ຈົກປືນອອກມາຍິງຂຶ້ນຟ້າເຖິງສີ່ຄັ້ງ ເພື່ອເປັນການຂົ່ມຂູ່ໃຫ້ຄູ່ກໍລະນີຖອຍອອກຫ່າງຈາກຕົນເອງ.

ລອງມາຄິດນຳກັນເບິ່່ງວ່າຈະເກີດຫຍັງຂຶ້ນ? ຖ້າຫາກຄູ່ກໍລະນີທີ່ເກີດຂໍ້ຂັດເເຍ່ງກັນນັ້ນກໍຖືອາວຸດປືນມາເຊັ່ນດຽວກັນ? ແນ່ນອນຫາກທັງສອງມີອາວຸດປືນຢູ່ໃນມືອາດຈະມີເຫດການຍິງກັນເກີດຂຶ້ນ ຊຶ່ງຄວາມເປັນຈິງແລ້ວຄວາມຂັດແຍ່ງຕ່າງໆເຫຼົ່ານີ້ແມ່ນສາມາດແກ້ໄຂໄດ້ໂດຍສັນຕິວິທີເຊັ່ນ ການປຶກສາຫາລືກັນຂອງທັງສອງຝ່າຍຜ່ານຫ້ອງການບ້ານ ໜ່ວຍງານໄກ່ເກ່ຍຂອງລັດຖະບານ ຫຼື ໃນລະດັບສານປະຊາຊົນ.

ຂະນະທີ່ເກີດເຫດການດ່ງກ່າວນັ້ນ ເປັນຊ່ວງໄລຍະທີ່ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກຳລັງສົ່ງຂໍ້ຄວາມສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນອົກເຫັນໃຈໄປຍັງເຫຍື່ອອາດຊະຍາກຳຄວາມຮຸນແຮງຈາກການນຳໃຊ້ອາວຸດປືນກາດຍິງປະຊາຊົນທີ່ປະເທດນິວຊີແລນ ມັນເປັນເລື່ອງສຳຄັນທີ່ຕ້ອງຍົກເອົາເລື່ອງດັ່ງກ່າວຂຶ້ນມາເວົ້າໃນບ້ານເຮົາເພື່ອບໍ່ໃຫ້ມີເຫດການດັ່ງກ່າວເກີດຂຶ້ນຊ້ຳອີກ ຢ່າງໃດກໍຕາມ ການນຳເອົາອາວຸດປືນເຂົ້າມາກ່ຽວຂ້ອງໃນກໍລະນີທີ່ເກີດຂໍ້ຂັດເເຍ່ງຈະກາຍເປັນການສ້າງບັນຫາໃຫ້ບານປາຍ ແລະ ທະວີຄວາມຮຸນແຮງຂຶ້ນໄປອີກ.

ອາວຸດປືນຈະບໍ່ສາມາດຊ່ວຍແກ້ໄຂບັນຫາຫຍັງໄດ້ເລີຍ ທາງທີ່ດີຄວນຈະນຳເອົາບັນຫາໄປພົບໜ່ວຍງານທີ່ກ່ຽວຂ້ອງເພື່ອຊ່ວຍພິຈາ ລະນາ ແລະ ແກ້ໄຂ ວາງອາວຸດປືນຂອງທ່ານໄວ້ ແລະ ສຶກສາລະບຽບກົດໝາຍ ເພື່ອນຳເອົາຂໍ້ໄດ້ປຽບທາງດ້ານກົດໝາຍນັ້ນມາ ເປັນຕົວຊ່ວຍໃນການແກ້ບັນຫາໃນເວລາທ່ານມີຂໍ້ຂັດເເຍ່ງແມ່ນເປັນການດີທີ່ສຸດ ທັງນີ້ ປະເທດຂອງພວກເຮົາແມ່ນປະເທດມີຄວາມສະຫງົບ ແລະ ປອດໄພ ແຕ່ທ່ານຈະເຮັດໃຫ້ບ້ານເມືອງມີຄວາມອັນຕະລາຍຖ້າຫາກທ່ານນຳໃຊ້ອາວຸດປືນແກ້ໄຂບັນຫາ.

 

 

 

 

 

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...