Homeຂ່າວຕ່າງປະເທດການບໍລິການອິນເຕີເນັດຜ່ານດາວທຽມຈະເປັນແນວໃດໃນອະນາຄົດ!

ການບໍລິການອິນເຕີເນັດຜ່ານດາວທຽມຈະເປັນແນວໃດໃນອະນາຄົດ!

Published on

ການປະກາດຂອງ ເຈຟ ເບຊອສ ຊຶ່ງເປັນບຸກຄົນທີ່ຮັ່ງມີທີ່ສຸດໃນໂລກທີ່ໄດ້ປະກາດກ່ຽວກັບໂຄງການໄຄເປີ (Project Kuiper) ຊຶ່ງກໍຄືໂຄງການທີ່ຈະນຳເອົາດາວທຽມຈຳນວນ 3.236 ດວງຂຶ້ນສູ່ວົງໂຄຈອນເພື່ອໃຫ້ບໍລິການອິນເຕີເນັດຜ່ານດາວທຽມທີ່ມີຄວາມໄວທີ່ສູງທີ່ສຸດ ແລະ ຈະຖືກສົ່ງໄປທົ່ວໂລກ ທັງນີ້ ການປະກາດດັ່ງກ່າວນອກຈາກຈະສ້າງກະແສຮືຮາກ່ຽວກັບຄວາມທັນສະ ໄໝ ແລະ ກ້າວກະໂດດໃນດ້ານເຕັກໂນໂລຊີແລ້ວ ມັນຍັງກາຍເປັນເລື່ອງທີ່ທຸກຄົນຄວນໃຫ້ຄວາມສຳຄັນ ແລະ ວິຕົກກັງວັນດ້ານອຸດສາຫະກຳອະວະກາດອີກດ້ວຍ.

ຂະນະທີ່ ເບຊອສ ກໍໄດ້ກຽມພ້ອມປະຕິບັດໂຄງການດ່ັ່ງກ່າວ ແຕ່ກໍມີຄູ່ແຂ່ງອີກຫຼາຍບໍລິສັດ ບໍ່ວ່າຈະເປັນບໍລິສັດ ວັນເວຟ (OneWeb) ທີ່ມີແຜນຈະສ້າງດາວທຽມ 2 ດວງໃນຊ່ວງລະດູຮ້ອນນີ້ຢູ່ທີ່ລັດຟໍຣລິດາ ສະຫະລັດອາເມຮິກາ ນອກນີ້ ກໍມີບໍລິສັດ ສະເປຊເອັກສ ຂອງມະຫາເສດຖີຄື ອີລອນ ມັສ ທີ່ໄດ້ຮັບອະນຸຍາດໃຫ້ສົ່ງດາວທຽມ 12.000 ດວງເຂົ້າສູ່ວົງໂຄຈອນທີ່ລະດັບຄວາມສູງຫຼາຍລະດັບເມື່ອບໍ່ດົນມານີ້ໃນຊື່ເຄືອຂ່າຍອິນເຕີເນັດຜ່ານດາວທຽມ ສະຕາຣລິງ ຄອນສເທລເລເຊິນ (Starlink Constellation).

ຂະນະດຽວກັນ ກໍມີການຄາດຄະເນຈາກບັນດານັກວິເຄາະຊື່ດັງຫຼາຍທ່ານວ່າ ສັນຍານອິນເຕີເນັດທີ່ສົ່ງມາຈາກອະວະກາດຈະມີຄວາມສຳຄັນສຳລັບໂຊນແຍກຫຼາຍກວ່າການໃຊ້ງານໃນເຂດຕົວເມືອງ ຊຶ່ງຜູ້ໃຊ້ບໍລິການອິນເຕີເນັດຈະມີການເຊື່ອມຕໍ່ດ້ວຍສາຍໃຍແກ້ວ ນຳແສງ ຫຼື ສາຍເຄເບິລ ແລະ ນີ້ກໍຖືເປັນການແຂ່ງຂັນທີ່ດຸເດືອດ ແລະ ໜ້າຕິດຕາມ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...