Homeຂ່າວຕ່າງປະເທດຫິມະຖະຫຼົ່ມທັບເສັ້ນທາງ ງົວປ່າຂົນຍາວສັງເວີຍແລ້ວຢ່າງໜ້ອຍ 300 ໂຕ

ຫິມະຖະຫຼົ່ມທັບເສັ້ນທາງ ງົວປ່າຂົນຍາວສັງເວີຍແລ້ວຢ່າງໜ້ອຍ 300 ໂຕ

Published on

ສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 12 ພຶດສະພາ 2019 ວ່າ ເກີດເຫດຫິມະເທິງພູເຂົາຫິມາໄລຖະຫຼົ່ມທັບເສັ້ນທາງອັນເປັນສາເຫດໃຫ້ງົວປ່າຂົນຍາວ (Yak) ໃນເຂດລັດສິກຂິມ ທາງພາກເໜືອຂອງປະເທດອິນເດຍຕ້ອງພົບກັບຊະຕາກຳທີ່ໂຫດ ຮ້າຍ ໃນນັ້ນ ມີງົວປ່າຂົນຍາວທີ່ສັງເວີຍຊີວິດເນື່ອງຈາກຂາດອາຫານແລ້ວຢ່າງໜ້ອຍ 300 ໂຕ.

ຂະນະທີ່ເຈົ້າໜ້າທີ່ທ້ອງຖິ່ນກໍໄດ້ກ່າວວ່າ ຄະນະເຈົ້າໜ້າທີ່ ແລະ ສະຕະວະແພດໄດ້ເດີນທາງໄປເຖິງເຂດພູມູກູທັງ ແລະ ພູເຂົາຢຸມທັງ ກໍໄດ້ພົບຊາກສົບຂອງງົວປ່າຂົນຍາວຢູ່ທີ່ທົ່ວບໍລິເວນດ່ັ່ງກ່າວ ທັງນີ້ ເຈົ້າໜ້າທີ່ກ່ຽວຂ້ອງຂອງອິນເດຍກໍໄດ້ຮັບໂທລະສັບຮ້ອງທຸກຈາກປະຊາຊົນທີ່ອາໄສຢູ່ໃນໝູ່ບ້ານດັ່ງກ່າວທີ່ມີປະຊາກອນ 50 ຄົນອາໄສຢູ່ເປັນຄັ້ງທຳອິດ ຫຼັງຈາກທີ່ປະຊາຊົນຖືກຕັດຂາດຈາກ ໂລກພາຍນອກນັບແຕ່ເດືອນທັນວາ 2018 ເປັນຕົ້ນມາ.

ທັງນີ້ ງົວປ່າຂົນຍາວຖືເປັນແຫຼ່ງອາຫານ ນ້ຳນົມ ແລະ ຜະລິດຕະພັນທີ່ເຮັດຈາກນ້ຳນົມຂອງປະຊາຊົນໃນເຂດດັ່ງກ່າວ ທັງເປັນພາຫະນະ ແລະ ຜ້າຂົນສັດທີ່ໃຊ້ໃນລະດູໜາວ ຢ່າງໃດກໍດີ ເຈົ້າໜ້າທີ່ກໍໄດ້ໃຫ້ຄວາມຊ່ວຍເຫຼືອຢ່າງຮີບດ່ວນ ໂດຍຈະມອບເງິນຊ່ວຍເຫຼືອໃຫ້ແກ່ປະຊາຊົນກໍຄືເຈົ້າຂອງງົວສູງສຸດຄອບຄົວລະ 3 ໂຕ ໂຕລະ 430 ໂດລາ ລວມເປັນເງິນທັງໝົດ 1.290 ໂດລາຕໍ່ຄອບຄົວ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ຂ່າວສົດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...