Homeຂ່າວຕ່າງປະເທດນິວຊີແລນຜ່າຕັດສະໝອງນົກສຳເລັດຄັ້ງແລກຂອງໂລກ

ນິວຊີແລນຜ່າຕັດສະໝອງນົກສຳເລັດຄັ້ງແລກຂອງໂລກ

Published on

ຖືເປັນຄັ້ງທຳອິດຂອງໂລກເມື່ອທີມແພດຂອງປະເທດນິວຊີແລນປະສົບຄວາມສຳເລັດໃນການຜ່າຕັດສະໝອງນົກແກ້ວສາຍພັນຫາຍາກ ຊຶ່ງຖືເປັນສ່ວນໜຶ່ງ ແລະ ເປັນສ່ວນສຳຄັນໃນຄວາມພະຍາຍາມອະນຸຮັກສັດທີ່ຢູ່ໃນພາວະສ່ຽງສູນພັນ.

ໂດຍທີມແພດໄດ້ພົບນົກແກ້ວສາຍພັນ “ຄາຄາໂປ” ຢູ່ເຂດເກາະດອນ Codfish Island ທາງພາກໃຕ້ຂອງປະເທດ ໂດຍສັງເກດເຫັນຄວາມຜິດປົກກະຕິຈາກກ້ອນຊີ້ນຢູ່ບໍລິເວນຫົວກະໂຫຼກຂອງມັນ ດັ່ງນັ້ນ ທີມແພດຈິ່ງໄດ້ນຳເອົານົກນ້ອຍໃນໄວ 56 ວັນກັບມາໂຮງໝໍເພື່ອປິ່ນປົວ.

ສາສະດາຈານ Brett Gartrell ແພດທີ່ຜ່ນຕັດນົກນ້ອຍໂຕນີ້ກ່າວວ່າ ສະໝອງຂອງນົກສາຍພັນນີ້ມີຂະໜາດນ້ອຍທີ່່ສຸດ ຊຶ່ງມີພຽງເນື້ອເຫຍື່ອບາງໆຂັ້ນລະຫວ່າງສະໝອງ ແລະ ກະໂຫຼກເທົ່ານັ້ນ ດັ່ງນັ້ນ ການຜ່າຕັດຈິ່ງມີຄວາມສ່ຽງສູງ ແຕ່ມັນກໍເປັນເລື່ອງທີ່ຈຳເປັນຖ້າຫາກພວກເຮົາຕ້ອງການທີ່ຈະອະນຸຮັກ ແລະ ຮັກສານົກສາຍພັນຫາຍາກນີ້ເອົາໄວ້.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: massey.ac.nz

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...