Homeຂ່າວຕ່າງປະເທດພົບການລະບາດຂອງອະຫິວາໝູອາຟຣິກາຢູ່ຮົງກົງ

ພົບການລະບາດຂອງອະຫິວາໝູອາຟຣິກາຢູ່ຮົງກົງ

Published on

ທາງການຮົງກົງກຽມຂ້າໝູຫຼາຍກວ່າ 6.000 ໂຕໃນຟາມລ້ຽງແຫ່ງໜຶ່ງໃນມົນທົນກວາງຕຸ້ງ ທາງພາກໃຕ້ຂອງຈີນ ພາຍຫຼັງພົບວ່າມີການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ຊຶ່ງຖືເປັນການພົບການລະບາດຄັ້ງທຳອິດຢູ່ຮົງກົງ.

ທັງນີ້ ລັດຖະບານ ສປ ຈີນ ກໍໄດ້ພະຍາຍາມຢ່າງໜັກໃນການຄວບຄຸມສະຖານະການແຜ່ລະບາດຂອງເຊື້ອຊຶ່ງແຜ່ກະຈາຍໄປແລ້ວ 23 ມົນທົນ ນອກນີ້ ຍັງພົບການແຜ່ລະບາດຂ້າມພົມແດນມາເຖິງພື້ນທີ່ບາງເຂດຂອງ ຫວຽດນາມ ລາວ ໄທ ແລະ ກຳປູເຈຍ ພ້ອມນີ້ ກໍພົບການແຜ່ລະບາດໄປເຖິງບາງເຂດໃນທະວີບເອີຣົບເຊັ່ນ ຣັດເຊຍ ເຢຍລະມັນ ແລະ ເດັນມາກ.

ເຖິງແມ່ນວ່າພະຍາດ ASF ຈະຍັງເປັນພະຍາດທີ່ຍັງບໍ່ທັນມີຄວາມສ່ຽງຕໍ່ມະນຸດ ແຕ່ມັນກໍອາດສົ່ງຜົນກະທົບຢ່າງໜັກເຖິງອຸດສາ ຫະກຳຊີ້ນໝູໃນພູມີພາກ ຍິ່ງໄປກວ່ານັ້ນຍັງບໍ່ມີວັກຊີນຊະນິດໃດທີ່ສາມາດປ້ອງກັນພະຍາດອະຫິວາ ASF ໄດ້ເທື່ອ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ 

ຮູບພາບ: Getty Images

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...