Homeຂ່າວຕ່າງປະເທດສາວນ໋ອກແວເສຍຊີວິດຍ້ອນພິດໝາວໍ້

ສາວນ໋ອກແວເສຍຊີວິດຍ້ອນພິດໝາວໍ້

Published on

Birgtte Kallestad ສາວໄວ 24 ປີຊາວນ໋ອກແວເສຍຊີວິດຈາກເຊື້ອພະຍາດໝາວໍ້ ເຫດການແມ່ນເກີດພາຍຫຼັງທີ່ນາງຖືກໝາຈອນຈັດທີ່ນາງຮັບມາລ້ຽງກັດຢູ່ປະເທດຟີລິບປິນຂະນະທີ່ນາງເດີນທາງໄປທ່ອງທ່ຽວ ຊຶ່ງຖືເປັນຄັ້ງທຳອິດໃນຮອບ 200 ປີຂອງປະເທດນ໋ອກແວທີ່ເກີດເຫດການດັ່ງກ່າວ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 11 ພຶດສະພາຜ່ານມາວ່າ ຍິງສາວລາຍນີ້ໄດ້ເດີນທາງໄປທ່ອງທ່ຽວປະເທດຟີລິບປິນ ເມືອເດືອນກຸມພາຜ່ານມາ ຊຶ່ງໃນລະຫວ່າງຢູ່ທີ່ນັ້ນນາງກໍໄດ້ພົບກັບໝາຈອນຈັດ ຈິ່ງເກີດຄວາມອີດູຕົນ ແລ້ວນຳກັບມາບ່ອນພັກ ແລະ ໃນເວລາຕໍ່ມານາງກໍຖືກໝາໂຕດັ່ງກ່າວກັດ ແລະ ເກີດເປັນບາດແຜເລັກນ້ອຍ ແຕ່ນາງກໍບໍ່ໄດ້ໃສ່ໃຈ ຫຼື ຄິດຈະໄປກວດຮ່າງກາຍຢູ່ໂຮງໝໍເລີຍ.

ຊຶ່ງພາຍຫຼັງທີ່ນາງເດີນທາງກັບມານ໋ອກແວ ນາງກໍເກີດອາກາດເຈັບປ່ວຍ ແລະ ໄດ້ເຂົ້າໄປປິ່ນປົວຢູ່ໂຮງໝໍແຫ່ງໜຶ່ງ (ຫ້ອງສຸກ ເສີນ) ສຸດທ້າຍນາງກໍເສຍຊີວິດໃນເວລາຕໍ່ມາ ໂດຍແພດໄດ້ບົ່ງມະຕິວ່າ ສາເຫດຂອງການເສຍຊີວິດແມ່ນເກີດມາຈາກພິດໝາວໍ້ນັ້ນເອງ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: BBC

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...