spot_img
Homeຂ່າວເຫດການຖະແຫລງຂ່າວເຫດໄຟໄຫມ້ສູນການຄ້າ ລາວ-ໄອເຕັກ

ຖະແຫລງຂ່າວເຫດໄຟໄຫມ້ສູນການຄ້າ ລາວ-ໄອເຕັກ

Published on

ເມື່ອເວລາປະມານ 16:30 ໂມງຂອງວັນທີ 10 ພຶດສະພາຜ່ານມາ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫລວງວຽງຈັນ ໄດ້ຈັດພິທີຖະແຫລງຂ່າວເຫດການໄຟໄຫມ້ຊຶ່ງເກີດຂຶ້ນເມື່ອເວລາປະມານ 08:30 ນາທີຂອງມື້ດຽວກັນ ໂດຍການເປັນປະທານຂອງ ທ່ານ ບຸນທຳ ສີບຸນມີ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວເວິລ ແລະ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີບັນດາພໍ່ຄ້າແມ່ຄ້າທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ບຸນທຳ ໄດ້ກ່າວວ່າ ເຫດການໄຟໄຫມ້ທີ່ເກີດຂຶ້ນໃນຄັ້ງນີ້ໃນເບື້ອງຕົ້ນແມ່ນຍັງບໍ່ສາມາດລະບຸໄດ້ເຖິງສາເຫດທີ່ແທ້ຈິງ ຊຶ່ງຕ້ອງໄດ້ໃຫ້ເຈົ້າຫນ້າທີ່ກ່ຽວຂ້ອງເຂົ້າມາກວດສອບຢ່າງລະອຽດຈຶ່ງຈະສາມາດລະບຸໄດ້ວ່າຕົ້ນເຫດທີ່ເຮັດໃຫ້ເກີດໄຟໄຫມ້ໃນຄັ້ງນີ້ເກີດມາຈາກຫຍັງ?​ ຢ່າງໃດກໍຕາມ ສະພາບໍລິຫານສູນການຄ້າ ລາວ-ໄອເຕັກ ກໍໄດ້ຕົກລົງເຫັນດີແຕ່ງຕັ້ງຄະນະຮັບຜິດຊອບສະເພາະກິດ ໂດຍໄດ້ແບ່ງອອກເປັນ 3 ຫນ້າວຽກຄື 1. ລວບລວມຂໍ້ມູນ ແລະ ຫລັກຖານທັງຫມົດກັບພາກສ່ວນກ່ຽວຂ້ອງ 2. ຄິດໄລ່ ແລະ ປະເມີນຜົນເສຍຫາຍທຸກຂົງເຂດທີ່ໄດ້ຮັບຜົນກະທົບ ແລະ 3. ຟື້ນຟູຕຶກອາຄານທີ່ໄດ້ຮັບຄວາມເສຍຫາຍຢ່າງຮີບດ່ວນ ຊຶ່ງຄາດວ່າຈະໃຊ້ເວລາປະມານ 45 ວັນສຳລັບການບູລະນະບໍລິເວນທີ່ໄດ້ຮັບຄວາມເສຍຫາຍ ແລະ ຈະເປີດທຳການເປັນປົກກະຕິໃນຕົ້ນເດືອນກໍລະກົດນີ້.

ຂະນະທີ່ ທ່ານ ນາງ ຈັນທະຈອນ ກໍໄດ້ກ່າວວ່າ ມື້ນີ້ຖືເປັນມື້ເປີດງານ Made in Lao 2019 (ວັນທີ 10-19 ພຶດສະພາ 2019) ຊຶ່ງຄັ້ງນີ້ຖືເປັນຄັ້ງທີ 6 ລວມມີທັງຫມົດ 382 ບູ໊ດ ໃນນັ້ນ ມີ 24 ບູ໊ດໄດ້ຮັບຄວາມເສຍຫາຍຈາກເຫດໄຟໄຫມ້ໃນຄັ້ງນີ້ ສຳລັບການຊົດເຊີຍຄ່າເສຍຫາຍໃຫ້ແກ່ຜູ້ປະກອບການແມ່ນຈະມີການພິຈາລະນາໃນໄວໆນີ້ໂດຍຈະອີງຕາມການກວດສອບຂອງເຈົ້າຫນ້າທີ່ ແລະ ບໍລິສັດປະກັນໄພທີ່ເປັນຄູ່ຮ່ວມທຸລະກິດ ທັງນີ້ ງານ Made in Lao 2019 ຈະເລື່ອນໄປເປີດໃນວັນທີ 20-28 ພຶດສະພາທີ່ຈະເຖິງນີ້.​

 

 

 

 

 

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...