Homeຂ່າວຕ່າງປະເທດຫວຽດນາມເປີດບໍລິການເຮລິຄ໋ອບແຕນຳທ່ຽວອ່າວຮາລອງເບ

ຫວຽດນາມເປີດບໍລິການເຮລິຄ໋ອບແຕນຳທ່ຽວອ່າວຮາລອງເບ

Published on

ອ່າວຮາລອງເບ ຕັ້ງຢູ່ແຂວງກວ່າງນິງ ຊຶ່ງຖືເປັນອີກໜຶ່ງແຫຼ່ງທ່ອງທ່ຽວທີ່ສຳຄັນຂອງຫວຽດນາມ ໃນນັ້ນ ມີເຮືອບໍລິການສຳລັບນັກທ່ອງທ່ຽວຫຼາຍກວ່າ 500 ລຳຕໍ່ວັນ ລວມເຖິງສະໜາມບິນເປີດໃໝ່ທີ່ມີຄວາມທັນສະໄໝ ແລະ ໄດ້ມາດຕະຖານສາກົນ.

ອ່າວຮາລອງເບ ໜຶ່ງໃນມໍລະດົກໂລກທີ່ເປັນອີກໜຶ່ງຄວາມພາກພູມໃຈຂອງຊາວຫວຽດນາມ ຊຶ່ງທີ່ຜ່ານມານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເດີນທາງມາທ່ອງທ່ຽວສະຖານທີ່ແຫ່ງນີ້ລ້ວນແລ້ວແຕ່ເດີນທາງດ້ວຍເຮືອ ຫຼ້າສຸດ ນັບແຕ່ວັນທີ 10 ພຶດສະພາ 2019 ເປັນຕົ້ນໄປ ບັນດານັກທ່ອງທ່ຽວຈະມີອີກໜຶ່ງທາງເລືອກໃນການເດີນທາງເພື່ອຊົມວິວທິວທັດຂອງອ່າວແຫ່ງນີ້ ນັ້ນກໍຄື ບໍລິການເຮລິຄ໋ອບແຕ ຊຶ່ງຄິດຄ່າບໍລິການ 125 ໂດລາຕໍ່ຄົນໃນກຳນົດເວລາຖ້ຽວລະ 12 ນາທີ.

ສຳລັບເຮລິຄ໋ອບແຕທີ່ນຳມາໃຫ້ບໍລິການນັກທ່ອງທ່ຽວປັດຈຸບັນມີ 2 ລຳ ມີ 5 ບ່ອນນັ່ງ ໂດຍຈະບິນຂຶ້ນສູງຈາກພື້ນດິນປະມານ 300 ແມັດ ຂະນະທີ່ ທ່ານ ເດວິດ ເຊລ ຜຸູ້ອຳນວຍການຝ່າຍການຕະຫຼາດພູມີພາກອາຊີ-ແປຊິຟິກຂອງບໍລິສັດ ເບລ ຜູ້ຜະລິດເຮລິຄ໋ອບແຕລາຍໃຫຍ່ກ່າວວ່າ ຈຸດປະສົງຂອງການເປີດໃຫ້ບໍລິການດັ່ງກ່າວແມ່ນມີເປົ້າໝາຍດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ ສະຖານທີ່ແຫ່ງນີ້ເພີ່ມຫຼາຍຂຶ້ນ ໂດຍສະເພາະກໍແມ່ນນັກທ່ອງທ່ຽວຈາກ ສປ ຈີນ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...