Homeຂ່າວຕ່າງປະເທດເບັກແຄມ ຖືກສັ່ງຫ້າມບໍ່ໃຫ້ຂັບລົດ 6 ເດືອນ ໂທດຖານໃຊ້ມືຖືຂະນະຂັບລົດ

ເບັກແຄມ ຖືກສັ່ງຫ້າມບໍ່ໃຫ້ຂັບລົດ 6 ເດືອນ ໂທດຖານໃຊ້ມືຖືຂະນະຂັບລົດ

Published on

ກາຍເປັນຂ່າວຊ່າລືເທິງໂລກອອນລາຍຢ່າງໄວວາ ເມື່ອສານສູງສຸດຂອງນະຄອນຫຼວງລອນດອນໄດ້ສັ່ງຫ້າມອະດີດນັກເຕະບານຊື່ດັງຊາວອັງກິດ “ເດວິດ ເບັກແຄມ” ໄວ 43 ປີ ບໍ່ໃຫ້ຂັບຂີ່ລົດເປັນເວລາ 6 ເດືອນຈາກກໍລະນີທີ່ມີຄົນຕາດີແນມເຫັນ ເດວິດ ໃຊ້ໂທລະສັບມືຖືຂະນະຂັບລົດໃນນະຄອນຫຼວງລອນດອນ ຊຶ່ງເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 21 ພະຈິກ 2018 ທີ່ຜ່ານມາ.

ໂດຍເຈົ້າໜ້າທີ່ສານໄດ້ເພີ່ມຄະແນນການກະທຳຜິດໃຫ້ ເດວິດ ຕື່ມອີກ 6 ຄະແນນລົງໃນໃບອະນຸຍາດຂັບຂີ່ຂອງເຂົາ ແລະ ເມື່ອ ບວກກັບອີກ 6 ຄະແນນທີ່ກະທຳຜິດກ່ອນໜ້ານີ້ຈາກກໍລະນີຂັບລົດໄວເກີນກຳນົດ ດັ່ງນັ້ນ ສານສູງສຸດຂອງນະຄອນຫຼວງລອນ ດອນຈິ່ງສັ່ງລົງໂທດອະດີດນັກເຕະບານຊື່ດັງ ດ້ວຍການຫ້າມບໍ່ໃຫ້ ເດວິດ ຂັບລົດເປັນເວລາ 6 ເດືອນນັບຈາກນີ້.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...