Homeຂ່າວຕ່າງປະເທດຜູ້ພິພາກສານິວຢອກຕັດສິນຈຳຄຸກສາວໄຮໂຊຈອມປອມສູງສຸດ 12 ປີ

ຜູ້ພິພາກສານິວຢອກຕັດສິນຈຳຄຸກສາວໄຮໂຊຈອມປອມສູງສຸດ 12 ປີ

Published on

ສານສູງສຸດແຫ່ງມະຫານະຄອນນິວຢອກ ສະຫະລັດອາເມຣິກາໄດ້ພິພາກສາຕັດສິນໃຫ້ຍິງສາວຊາວເຢຍລະມັນທີ່ແອບອ້າງວ່າຕົນເອງເປັນທາຍາດຂອງມະຫາເສດຖີ ຮັບໂທດສູງສຸດເຖິງ 12 ປີ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 9 ພຶດສະພາຜ່ານມາວ່າ ສານຂອງມະຫານະຄອນນິວຢອກໄດ້ຕັດສິນລົງໂທດ ນາງ ສາວ ແອນນາ ໂຊໂຣກິນ ອາຍຸ 28 ປີ ສັນຊາດເຢຍລະມັນ ແລະ ມີເຊື້ອສາຍຣັດເຊຍ ຊຶ່ງນາງເປັນທີ່ຮູ້ຈັກຢ່າງກວ້າງຂວາງໃນແວດ ວົງສັງຄົມໄຮໂຊໃນນິວຢອກ ທັງນີ້ ແອນນາ ໄດ້ຖືກຕັດສິນຮັບໂທດຈຳຄຸກລະຫວ່າງ 4-12 ປີຈາກຄວາມຜິດຂໍ້ຫາສໍ້ໂກງເຖິງ 8 ຂໍ້ຫາ ລວມເຖິງຂໍ້ຫາພະຍາຍາມຫຼອກລວງຄົນອື່ນເພື່ອໃຫ້ໄດ້ມາຊຶ່ງຊັບສິນຂອງເຂົາເຈົ້າ.

ນອກນີ້ ກໍມີອີກຫຼາຍຄະດີ ໂດຍສະເພາະຄະດີທີ່ນາງປອມແປງເອກະສານເພື່ອຂໍສິນເຊື່ອຈາກທະນາຄານແຫ່ງໜຶ່ງໃນວົງເງິນ 200.000 ໂດລາ ໂດຍມີຂໍ້ອ້າງວ່າຈະນຳໄປໃຊ້ເປັນທຶນສຳລັບຈັດຕັ້ງອົງກອນການກຸສົນ ແຕ່ຄວາມຈິງແລ້ວນາງໄດ້ນຳເອົາເງິນ ຈຳນວນດ່ັ່ງກ່າວໄປໃຊ້ຈ່າຍແບບຟຸມເຟືອຍໃນສັງຄົມຊັ້ນສູງຈອມປອມຂອງນາງ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...