Homeຂ່າວທ້ອງຖິ່ນມີ 30 ກວ່າ​ບໍ​ລິ​ສັດ ​ເຂົ້າ​ຮ່ວມງ​ານ​ຕະ​ຫລາດ​ນັດ​ແຮງ​ງານ ​ຄັ້ງ​ທີ 8

ມີ 30 ກວ່າ​ບໍ​ລິ​ສັດ ​ເຂົ້າ​ຮ່ວມງ​ານ​ຕະ​ຫລາດ​ນັດ​ແຮງ​ງານ ​ຄັ້ງ​ທີ 8

Published on

​ງານຕະ​ຫລາດ​ນັດ​ແຮງ​ງານ​ຄັ້ງ 8 ຈັດ​ຂຶ້ນ​ ໃນ​ວັນ​ທີ 10 ພຶດ​ສະ​ພາ​ນີ້ ທີ່​ຄະ​ນ​ະວິ​ສະ​ວະ​ກຳ​ສາດໂດຍ​ມີ 30 ກວ່າ​ບໍ​ລິ​ສັດ​ເຂົ້າ​ຮ່ວມ ເພື່ອ​ເປີດ​ໂອ​ກາດ​ໃຫ້​ແກ່​ນັກ​ຮຽນ-ນັກ​ສຶກ​ສາໃນ​ການສ້າງວຽກ​ເຮັດ​ງານ​ທຳ​ທີ່​ໝັ້​ນ​ຄົງ​ໃນ​ອ​ະ​ນາ​ຄົດ ພ້ອມ​ທັງ​ເປັນ​ການໄດ້​ພົບ​ປະ ແລະ ແລກ​ປ່ຽນ​ກັບ​ຜູ້​ປະ​ກອບ​ການ​ແຕ່​ລະ​ບໍ​ລິ​ສັດ.​

​ງານ​ດ​ຕະ​ຫລາດ​ນັດ​ແຮງ​ງານ​ຄັ້ງ ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ນັກ​ສຶກ​ສາ​ໄດ້​ພົບ​ປະ​ກັບ​ບັນ​ດາ​ຜູ້​ປະ​ກອບ​ການ ແລະ ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໄດ້​ມີ​ການ​ແລກ​ປ່​ຽນ​ແນວ​ຄວາມ​ຄິດ​ເຊິ່ງ​ກັນ ແລະ ກັນ ນ​ອກ​ຈາກນັ້ນ, ບັນ​ດາ​ບໍ​ລິ​ສັດ​ຕ່າງໆ​ຍັງ​ໄດ້​ມີ​ໂອ​ກາດ​ຊອກ​ຫາ​ເພື່ອ​ນ​ຮ່ວມ​ງານ​ທີ່​ຖືກ​ຕ້ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ໜ້າ​ວຽກ​ເພື່ອ​ພັດ​ທະ​ນາ​ທຸ​ລະ​ກິດ​ຂອງ​ເຂົາ​ເຈົ້າ ເຊິ່ງ​ໃນ​ນັ້ນ, ຍັງ​ເປັນ​ການ​ສ້າງ​ສາຍ​ສຳ​ພັນ​ທີ່​ດີ​ລະ​ຫວ່າງ​ບໍ​ລິ​ສັດ​ຕ່າງໆ ແລະ ມະ​ຫາ​ວິ​ທ​ະ​ຍາ​ໄລ​ແຫ່ງ​ຊາດ, ໂຮງ​ຮຽນ​ເພື່ອ​ສາມ​າດ​ຕອບ​ສະ​ໜອງ​ແຮງ​ງານ​ໃຫ້​ຖືກ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫລາດ​ແຮງ​ງານ​ໃນ​ອະ​ນາຄົ​ດ ພ້ອມ​ທັງ​ເປັນ​ການ​ເອື້ອຍ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຊອກວຽກ​ເຮັດ​ງານ​ທຳ​ທີ່​ຫລາກ​ຫລາຍ​ໃຫ້​ບັນ​ດາ​ນັກ​ສຶກ​ສາ

ສຳ​ລັບ​ງານ​ຕະ​ຫລາດ​ນັດ​ແຮງ​ງານ​ຄັ້ງ​ທີ 8 ໄດ້​ຮັບ​ການ​ຮ່ວມ​ມື​ຈາກ 3 ພາກ​ສ່ວນ​ຄື: ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ, ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ, ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ອີ​ຢູ.

ຂຽນໂດຍ: ບຸນມີ ບຸນມີໄຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...