Homeຂ່າວພາຍ​ໃນອາ​ເມ​ລິ​ກາ​ຊ່ວຍ​ເຫລືອ​ດ້ານ​ອາ​ຫານໃຫ້​ແກ່​ເດັກ​ນ້ອຍ​ໃນ​ເຂດ​ທຸ​ລະ​ການ​ດານ​ລາວ

ອາ​ເມ​ລິ​ກາ​ຊ່ວຍ​ເຫລືອ​ດ້ານ​ອາ​ຫານໃຫ້​ແກ່​ເດັກ​ນ້ອຍ​ໃນ​ເຂດ​ທຸ​ລະ​ການ​ດານ​ລາວ

Published on

ໃນ​ວັນ​ທີ 10 ພຶດສະພາ 2019 ນີ້ ທີ່​ນະ​ຄອນ​ຫລວງວຽງ​ຈັນ ກະຊວງກະສິກໍາແຫ່ງສະຫະລັດອາເມລິກາ (USDA) ໄດ້ລໍາລຽງເຂົ້າສານຈ້າວ, ໝາກຖົ່ວ ແລະ ນ້ຳມັນພືດ ມາຮອດສາງເກັບອາຫານຂອງອົງການອາຫານໂລກ ປະຈໍາ ສປປ ລາວ ທີ່ນະຄອນຫຼວງວຽງຈັນເປັນທີ່ຮຽບຮ້ອຍ, ເປັນກຽດຮັບໂດຍ ພະນະທ່ານ ນາງ ຣີນາ ບິທເທີ, ເອກອັກຄະລາຊທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ເພື່ອ​ນຳ​ໄປ​ຊ່ວຍ​ເຫລືອ​ເປັນ​ອາ​ຫານ​ທ່ຽງໃຫ້​ໂຮງ​ຮຽນ​​ທີ່​ຢູ່​ເຂດ​ທຸ​ລະ​ການ​ດານ​ໃນ 8 ແຂວງ ຂອງ​ ສ​ປ​ປ ລາວ.

ການ​ຊ່ວຍ​ເຫລືອ​ຄັ້ງ​ນີ້​ປະ​ກອບ​ມີ: ເຂົ້າສານຈ້າວຈໍານວນ 2,200 ໂຕນ, ໝາກຖົ່ວ 660 ໂຕນ ແລະ ນ້ຳມັນພືດ 260 ໂຕນ. ສຳ​ລັບ​ໂຄງ​ການ​ຊ່ວຍ​ເຫລືອ​ດັ່ງ​ກ່​າ​ວ​ໄດ້ນັບແຕ່ປີ 2008, ​ພາຍ​ໃຕ້ໂຄງການ ແມັກໂກລວັນໂດ ອາຫານເພື່ອໂພຊະນາການຂອງລັດຖະບານສະຫະລັດອາເມລິກາໄດ້ໃຫ້ ການສະໜັບສະໜູນໂຄງການອາຫານທ່ຽງໃນໂຮງຮຽນ ໃນປະເທດລາວ ເຊິ່ງລວມມູນຄ່າຫຼາຍກວ່າ 60 ລ້ານໂດລາສະຫະລັດ.

ຂຽນໂດຍ: ບຸນມີ ບຸນມີໄຊ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...