Homeຂ່າວຕ່າງປະເທດເນເທີແລນ ປະກາດຍຸຕິປະຊາສຳພັນດ້ານການທ່ອງທ່ຽວ

ເນເທີແລນ ປະກາດຍຸຕິປະຊາສຳພັນດ້ານການທ່ອງທ່ຽວ

Published on

ລັດຖະບານປະເທດເນເທີແລນປະກາດຍຸຕິການປະຊາສຳພັນກ່ຽວກັບການທ່ອງທ່ຽວພາຍໃນປະເທດ ເນື່ອງຈາກວິຕົກກັງວົນກ່ຽວກັບຈຳນວນນັກທ່ອງທ່ຽວທີ່ມີຈຳນວນຫຼາຍເກີນໄປ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 8 ພຶດສະພາຜ່ານມາ ໂດຍຄະນະກົມການທ່ອງທ່ຽວຂອງເນເທີແລນ (NBTC) ໄດ້ຕັດສິນໃຈຍຸຕິການປະຊາສຳພັນດ້ານການທ່ອງທ່ຽວ ທັງນີ້ ກໍເພື່ອຄວບຄຸມຈຳນວນນັກທ່ອງທ່ຽວໃຫ້ເໝາະສົມ ແລະ ເປັນປະໂຫຍດກັບທັງສອງຝ່າຍ ນອກນີ້ ຍັງໄດ້ຄາດຄະເນວ່າ ຈຳນວນນັກທ່ອງທ່ຽວທີ່ເດີນທາງເຂົ້າມາປະເທດຈະເພີ່ມຈຳນວນຈາກ 19 ລ້ານຄົນ ຕໍ່ປີເພີ່ມຂຶ້ນເປັນ 29 ລ້ານຄົນໃນທົດສະວັດໜ້າ.

ຄະນະກົມການທ່ອງທ່ຽວໄດ້ລະບຸຕື່ມວ່າ ຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນໄດ້ນຳຄວາມແອອັດໄປສູ່ພື້ນທີ່ຕ່າງໆເຊັ່ນ ຄອງທົ່ງດອກທິວລິບ ຫຼື ສວນກັງຫັນລົມ ຊຶ່ງຖືເປັນຈຸດທ່ອງທ່ຽວທີ່ມີສະເໜ ແລະສາມາດດຶງດູດນັກທ່ອງທ່ຽວໄດ້ເປັນຢ່າງດີ ຂະນະທີ່ເທສະການ ອີສເຕີຣເມື່ອປີຜ່ານມາມີນັກທ່ອງທ່ຽວເດີນທາງເຂົ້າມາເນເທີແລນຫຼາຍກວ່າ 150.000 ຄົນ ໃນນັ້ນ ມີການໃຊ້ຈ່າຍສູງເຖິງ 800 ລ້ານເອີໂຣພາຍໃນວັນພັກລາຊະການພຽງໜຶ່ງອາທິດເທົ່ານັ້ນ.

ຂະນະທີ່ນັກທ່ອງທ່ຽວທີ່ເດີນທາງມາຍັງນະຄອນຫຼວງອັມສະເຕີຣດັມມີຈຳນວນເຖິງ 18 ລ້ານຄົນເມື່ອປີ 2016 ຊຶ່ງຖືເປັນຕົວເລກທີ່ມີອັດຕາສູງແບບກ້າວກະໂດດຫາກທຽບປີ 2005 ຊຶ່ງມີຕົວເລກນັກທ່ອງທ່ຽວຢູ່ທີ່ 11 ລ້ານຄົນ ດັ່ງນັ້ນ ຄະນະກົມການທ່ອງ ທ່ຽວຂອງເນທີແລນຈິ່ງມຸ່ງເນັ້ນທີ່ຈະກະຈາຍນັກທ່ອງທ່ຽວໄປຍັງເຂດອື່ນ ໂດຍສະເພາະໃນສ່ວນທີ່ຍັງບໍ່ທັນໄດ້ຮັບຄວາມນິຍົມ ຊຶ່ງເມື່ອປີ 2018 ຜ່ານມາກໍໄດ້ມີການປະຊາສຳພັນທີ່ເອີ້ນວ່າ HollandCity ເພື່ອສະໜັບສະໜູນການທ່ອງທ່ຽວໃຫ້ກະຈາຍເປັນວົງກວ້າງໃນທຸກລະດູການ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: NBTC

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...