Homeຂ່າວຕ່າງປະເທດທຣັມ ມອບຫຼຽນເຊີດຊູພົນລະເມືອງອາເມຣິກາໃຫ້ ໄທເກີ ວູດສ

ທຣັມ ມອບຫຼຽນເຊີດຊູພົນລະເມືອງອາເມຣິກາໃຫ້ ໄທເກີ ວູດສ

Published on

ປະທານາທິບໍດີ ໂດນັລ ທຣັມ ແຫ່ງສະຫະລັດອາເມຣິກາ ມອບຫຼຽນແຫ່ງເສລີພາບ ຊຶ່ງຖືເປັນລາງວັນອັນຊົງກຽດທີ່ສຸດສຳລັບພົນລະເມືອງຊາວອາເມຣິກາ ໂດຍມອບໃຫ້ກັບສຸດຍອດນັກກີລາກ໋ອຟຊຶ່ງປັດຈຸບັນເປັນມືວາງອັນດັບ 4 ຂອງໂລກ ນັ້ນກໍຄື ໄທເກີ ວູດສ ລູກຊອດອາເມຣິກາ-ໄທ ອາຍຸ 43 ປີ ຊຶ່ງຖືເປັນບຸກຄົນທີ່ອາຍຸນ້ອຍທີ່ສຸດທີ່ໄດ້ຮັບລາງວັນດັ່ງກ່າວ.

ຫຼັງຈາກທີ່ ໄທເກີ ວູດສ ປະສົບຄວາມສຳເລັດໃນຮອບ 11 ປີທີ່ສາມາດຄວ້າແຊ໋ມລາຍການ ມາສເຕີ ທົວນາເມັນ ມາແລ້ວຫຼາຍລາຍການ ລວມເຖິງການກັບມາຄອງຄວາມຍິ່ງໃຫຍ່ໄດ້ອີກຄັ້ງໃນອາຊີບນັກກ໋ອຟ ພ້ອມນີ້ ທ່ານ ທຣັມ ກໍໄດ້ຍົກຍ້ອງ ໄທເກີ ວູດສ ວ່າ “ເປັນຕຳນານທີ່ແທ້ຈິງ”.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...