Homeລົດຍົນ-ຍານພາຫະນະອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ເຕັກໂນໂລຢີການຂັບຂີ່ແບບອັດສະລິຍະຂອງລົດຍົນນິສສັນ Nissan

ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ເຕັກໂນໂລຢີການຂັບຂີ່ແບບອັດສະລິຍະຂອງລົດຍົນນິສສັນ Nissan

Published on

ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ນໍາເຂົ້າໂດຍ ຕົວແທນນຈໍາໜ່າຍລົດຍົນນິສສັນ NISSAN ໃນປະເທດລາວ ຄືບໍລິສັດ ຕັນຈົງ (ລາວ) ຈຳກັດ  (Lao) Sole Co., Ltd. (“TCML”). ລົດຍົນໄດ້ຖືກຜະລິດທີ່ສູນການຜະລິດລົດຍົນນິສສັນໃນປະເທດໄທຍ ເພື່ອສະໜອງລົດຍົນໃຫ້ກັບຕະຫຼາດໃນເອເຊຍຕາເວັນອອກສ່ຽງໃຕ້, ລົດຍົນນິສສັນ NISSAN ໄດ້ຜະສົມຜະສານການທຳງານຂອງເຄື່ອງຍົນລະດັບສູງດ້ວຍເທກໂນໂລຍິການຂັບທີ່ອັນລໍ້າເລີດເພື່ອການຂັບຂີ່ທີ່ສະດວກສະບາຍ ແລະ ເຮັດໃຫ້ລູກຄ້າເກີດຄວາມໝັ້ນໃຈໃນການຂັບຂີ່.

ດ້ວຍຮູບແບບໂຄງສ້າງ 7 ບອ່ນນັ່ງຂອງລົດຍົນສະປອດທ໌ SUV ອໍລ ນິວ ນິສສັນ ເທີຣາ SUV ALL- NEW NISSAN TERRA ໄດ້ພັດທະນາມາດົນຫຼາຍກວ່າ 60 ປີຂອງລົດຕະກູນ SUV ຂອງນິສສັນ Nissan ເຊີ່ງໄດ້ແກ່ ນິສສັນ ແພັທໂທລ໌ Nissan Patrol, ນັສສັນ ເສີຟາຣີ Nissan Safari, ນິສສັນ ເທີຣາໂນ Nissan Terrrano ແລະ ນິສສັນ ເອັກຊ໌ເທີຣາ Nissan Xterra.

ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ຖືກຕິດຕັ້ງດ້ວຍເທກໂນໂລຍິການຂັບຂີ່ແບບອັດສະລິຍະ ທີ່ເນັ້ນນຳໃຊ້ເທກໂນໂລຍິລ້າສຸດທີ່ເຮັດລົດຍົນຮັບຮູ້ເຖີງສະພາບແວດລ້ອມຕ່າງໆ ໃນເວລາຂັບຂີ່ເຊັ່ນຄຸນນະສົມບັດຂອງ Lane Warning Departure Warning (LDW) ຊື່ງເປັນລະບົບການເຕືອນໃຫ້ທ່ານຂັບຢູ່ໃນເລນຖະໜົນ ແລະ ຄຸນນະສົມບັດ Auto Tail Gate ທີ່ຊ່ວຍໃຫ້ທ່ານເປີດທ້າຍລົດດ້ວຍການຈັບເຊັນເຊີຈາກຕີນ ພຽງແຕ່ທ່ານແກ່ວງຕີນທາງດ້ານລຸ່ມຂອງກັ້ນຊົນທ້າຍລົດກໍ່ຈະເປີດ.

ເຕັກໂນໂລຢີການຂັບຂີ່ແບບອັດສະລິຍະຂອງນິສສັນ ທີ່ນຳໃຊ້ເຕັກໂນໂລຢີຂັ້ນສູງ

ວັດຖຸປະສົງຂອງການຂັບເຄື່ອນແບບອັດສະລິຍະຂອງນິສສັນ NISSAN ເພື່ອເຮັດໃຫ້ລູກຄ້າຮູ້ສືກໝັ້ນໃຈ, ຕື່ນເຕັ້ນ ແລະ ເຂົ້າເຖີງໃນການຂັບຂີ່ໄດ້ຫຼາຍຂື້ນ.ດ້ວຍພາບລັກການຂັບຂີ່ເພື່ອຄວາມປອດໄພທີ່ຖືກຕິດຕັ້ງມາໃນຕົວລົດຍົນຂອງ ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ປະກອບດ້ວຍ:

1) ລະບົບເຕືອນໃຫ້ຂັບຢູ່ໃນເລນຂອງຖະໜົນ (LDW) – ຄຸນະສົມບັດຂອງລະບົບເຕືອນຈະຊ່ວຍກວດຈັບເລນເທີງຖະໜົນ. ຖ້າຫາກລະບົບກວດພົບວ່າທ່ານກຳລັງຂັບອອກນອກເລນທີ່ທ່ານກຳລັງຂັບຢູ່ລະບົບກໍ່ຈະເຕືອນທ່ານ. ດ້ວຍເທກໂນໂລຍີນີ້, ຈະຊ່ວຍໃຫ້ທ່ານຂັບລົດໄດ້ຢ່າງປອດໄພ ແລະ ບໍ່ເປັນອັນຕະລາຍຕໍ່ຜູ້ຂັບຂີ່ຄົນອື່ນ.

2) ຄຸນະສົມບັດຕໍ່ໄປນີ້ແມ່ນເຮັດໃຫ້ທ່ານສະດວກສະບາຍຍີ່ງຂື້ນໃນການເປີດທ້າຍລົດເມື່ຶອທ່ານຖືຂອງຫຼາຍຢ່າງຢູ່ໃນມື ດ້ວຍລະບົບອໍໂຕ ເທັລ ເກທ໌ Auto Tail Gate. ສີ່ງທີ່ທ່ານຕ້ອງເຮັດຄືການເອົາຕີນແກ່ວງເບົາໆ ທີ່ກ້ອງກັ້ນຊົນແລ້ວປະຕູກໍ່ຈະເປີດໂດຍອັດຕະໂນມັດ.

ລູກຄ້າສາມາດເຂົ້າມາຢ້ຽມຊົມ ແລະ ທົດລອງຂັບ ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ທີ່ ໂຊ ຣູມ Showroom ຫຼື ໂຣດໂຊ Roadshows . ສໍາລັບ ອໍລ ນູ ນິສສັນ ເທີຣາ ALL- NEW NISSAN TERRA ມີຫຼາກຫຼາຍສີໃຫ້ທ່ານໄດ້ເລືອກເຊັ່ນ: ສີຄີມ, ສີແດງ, ສີນໍ້າຕານ, ສີຟ້າ, ສີຂາວ, ສີເງີນ, ສີຂີ້ເຖົ້າ, ແລະ ດຳ.

ສໍາຫຼັບຂໍ້ມູນເພີ່ມເຕີມກ່ຽວກັບນິສສັນ Nissan ທຸກຮຸ່ນໃນລາວ. ກະລຸນາເຂົ້າເບິ່ງທີ່ເວັບໄຊທ໌ຂອງນິສສັນລາວ http://www.nissan-lao.la ຫຼືຕິດຕາມທາງຫນ້າ Facebook ຂອງນິສສັນລາວທີ່ http://fb.com/NissanLaos/

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...