Homeຂ່າວຕ່າງປະເທດການາດາ ຍອມເສຍຄ່າຂົນສົ່ງຂີ້ເຫຍື້ອກັບປະເທດ

ການາດາ ຍອມເສຍຄ່າຂົນສົ່ງຂີ້ເຫຍື້ອກັບປະເທດ

Published on

ລັດຖະບານການາດາເປີດເຜີຍ ຈະຮັບຜິດຊອບຄ່າໃຊ້ຈ່າຍທັງໝົດກ່ຽວກັບການຂົນຕູ້ຄອນເທນເນີທີ່ບັນຈຸຂີ້ເຫຍື້ອບາງສ່ວນທີ່ເຄີຍນຳມາຖິ້ມໄວ້ຢູ່ຟີລິບປິນເມື່ອປະມານ 5-6 ປີກ່ອນກັບປະເທດໂດຍບໍ່ມີເງື່ອນໄຂ ຫຼັງຈາກທີ່ປະທານາທິບໍດີ ໂຣດຣິໂກ ດູເຕຣເຕ ໄດ້ປະກາດສົງຄາມຂີ້ເຫຍື້ອ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານຈາກນະຄອນຫຼວງມະນິລາ ປະເທດຟີລິບປິນວ່າ ທ່ານ ຊັລວາດໍຣ ປາເນໂລ ໂຄສົກປະຈຳທຳນຽບມາລາກັນໄດ້ຖະແຫຼງກ່ຽວກັບການໄດ້ຮັບແຈ້ງຈາກກະຊວງການຕ່າງປະເທດ ແລະ ກະຊວງສິ່ງແວດລ້ອມ ແລະຊັບພະຍາ ກອນທຳມະຊາດຂອງການາດາວ່າ “ລັດຖະບານການາດາຈະເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດໃນການຂົນສົ່ງຕູ້ຄອນເທນເນີທີ່ບັນຈຸຂີ້ເຫຍື້ອ ຊຶ່ງລວມເຖິງຂີ້ເຫຍື້ອອັນຕະລາຍທີ່ຖືກລັກລອບສົ່ງເຂົ້າມາປະເທດຟີລິບປິນເມື່ອລະຫວ່າງປີ 2013-2014”.

ທັງນີ້ ລັດຖະບານຂອງຟີລິບປິນໄດ້ກຳນົດເວລາສຳລັບການຂົນຕູ້ຄອນເທນເນີຂີ້ເຫຍື້ອດັ່ງກ່າວບໍ່ໃຫ້ກາຍວັນທີ 15 ພຶດສະພາ 2019 ນີ້ ຖ້າຫາກກາຍກຳນົດດັ່ງກ່າວທາງລັດຖະບານຟີລິບປິນຈະມີມາດຕະການອື່ນ ແຕ່ກໍຍັງບໍ່ທັນປະກາດກ່ຽວກັບລາຍລະອຽດຂອງມາດຕະການດ່ັ່ງກ່າວ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Getty Images

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...