Homeຂ່າວຕ່າງປະເທດສານຈາກຈັກກະພັດອົງໃໝ່ ແຫ່ງຣາຊະອານາຈັກຍີ່ປຸ່ນ ເຖີງປວງຊົນ

ສານຈາກຈັກກະພັດອົງໃໝ່ ແຫ່ງຣາຊະອານາຈັກຍີ່ປຸ່ນ ເຖີງປວງຊົນ

Published on

ຂ້າພະເຈົ້າໄດ້ຂຶ້ນຄອງລາດຖືກຕ້ອງຕາມລັດຖະທໍາມະນູນແຫ່ງຍີ່ປຸ່ນ ແລະ ມາດຕະການພິເສດຂອງກົດໝາຍວ່າດ້ວຍກົດລະບຽບແຫ່ງສໍານັກພະລາດຊະວັງ ເມື່ອໃດທີ່ຂ້າພະເຈົ້າຄິດເຖິງໜ້າທີ່ຮັບຜິດຊອບອັນສໍາຄັນທີ່ຂ້າພະເຈົ້າໄດ້ຮັບ ຂ້າພະເຈົ້າກໍຈະເຕັມໄປດ້ວຍຄວາມຮູ້ສຶກອັນມຸ່ງໝັ້ນ ແລະ ຕັ້ງໃຈ, ກ່າວໂດຍ ມົງກຸດລາຊະກຸມານ ນາຣູຮິໂຕະ ຈັກກະພັດອົງໃໝ່ແຫ່ງ ຣາຊະອານາຈັກຍີ່ປຸ່ນ.

ເມື່ອຄັ້ງອະດີດສົມເດັດພະເຈົ້າຈັກກະພັດ ຊຶ່ງນັບຕັ້ງແຕ່ຂຶ້ນຄອງລາດເປັນຕົ້ນມາພະອົງໄດ້ຊົງປະຕິບັດພະລາດຊະກິດຂອງຕົນຢ່າງເຕັມຄວາມສາມາດເປັນເວລາຫຼາຍກວ່າ 30 ປີ ຂະນະດຽວກັນ ພະອົງກໍຊົງພາວະນາຢ່າງເຂັ້ມແຂງໃຫ້ໂລກມີສັນຕິພາບ ແລະ ປະຊາຊົນມີຄວາມສຸກ ພ້ອມທັງແບ່ງປັນຄວາມສຸກ ແລະ ແບ່ງເບົາຄວາມທຸກໃຫ້ແກ່ປະຊາຊົນທຸກຖ້ວນໜ້າ  ພະອົງໄດ້ຊົງສະແດງອອກເຖິງຄວາມເມດຕາກາລຸນາອັນສູງສົ່ງຜ່ານການປະຕິບັດພະລາດຊະກິດຂອງພະອົງ ຂ້າພະເຈົ້າຈຶ່ງຢາກສະແດງຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນຢ່າງຈິງໃຈມາຍັງອະດີດສົມເດັດພະເຈົ້າຈັກກະພັດ ຜູ້ເປັນດັ່ງສັນຍາລັກຂອງລັດ ແລະ ສູນລວມຈິດໃຈຂອງປະຊາຊົນຊາວຍີ່ປຸ່ນ.

ເນື່ອງໃນໂອກາດຂຶ້ນຄອງລາດ ຂ້າພະເຈົ້າຂໍສາບານວ່າຈະລະນຶກໄວ້ໃນໃຈຢ່າງເລິກ ແລະ ພ້ອມທີ່ຈະນຳສະເໝີເຖິງແນວທາງປະຕິບັດພະລາດຊະກິດຂອງອະດີດສົມເດັດພະເຈົ້າຈັກກະພັດ ລວມທັງບາດກ້າວທີ່ບັນດາອະດີດພະເຈົ້າຈັກກະພັດອົງອື່ນໆທີ່ໄດ້ຊົງຝາກໄວ້ ແລະ ຈະອຸທິດຕົນຢ່າງຫ້າວຫັນເພື່ອພັດທະນາຕົນເອງຂຶ້ນໄປເລື້ອຍໆ.

ດັ່ງນັ້ນ ຂ້າພະເຈົ້າຂໍສາບານອີກວ່າ ຈະປະຕິບັດຕາມລັດຖະທໍາມະນູນ ແລະ ບັນລຸໜ້າທີ່ຮັບຜິດຊອບຂອງຕົນໃນຖານະເປັນສັນຍາລັກຂອງລັດ ແລະ ສູນລວມຈິດໃຈຂອງປະຊາຊົນຍີ່ປຸ່ນທົ່ວປະເທດ ພ້ອມທັງຄໍານຶງເຖິງປະຊາຊົນ ແລະ ພ້ອມທີ່ຈະຢູ່ຄຽງຂ້າງເຂົາເຈົ້າຕະຫຼອດໄປ  ທ້າຍສຸດນີ້ ຂ້າພະເຈົ້າຂໍພາວະນາຢ່າງຈິງໃຈໃຫ້ປະຊາຊົນມີແຕ່ຄວາມສຸກ ປະເທດຊາດໄດ້ຮັບການພັດທະນາຂຶ້ນໄປ ເລື້ອຍໆ ແລະ ຂໍໃຫ້ໂລກມີແຕ່ສັນຕິພາບ.

 

ແຫຼ່ງຂໍ້ມູນ ແລະ ຮູບພາບ: ສະຖານທູດຍີ່ປຸ່ນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...