Homeຂ່າວຕ່າງປະເທດເຮືອບິນຂອງຣັດເຊຍເກີດອຸບັດເຫດໄຟໄໝ້ ເສຍຊີວິດຢ່າງໜ້ອຍ 41 ລາຍ

ເຮືອບິນຂອງຣັດເຊຍເກີດອຸບັດເຫດໄຟໄໝ້ ເສຍຊີວິດຢ່າງໜ້ອຍ 41 ລາຍ

Published on

ເມື່ອວັນທີ 5 ພຶດສະພາຜ່ານມາ ເກີດເຫດໄຟໄໝ້ເຮືອບິນໂດຍສານຂອງຣັດເຊຍ Aeroflot Sukoi ທີ່ເດີນທາງຈາກເມືອງ Sheremetyevo ນະຄອນມອສໂກ ຊຶ່ງມີປາຍທາງໄປຍັງເມືອງ Murmansk ເກີດໄຟໄໝ້ ໂດຍເບື້ອງຕົ້ນພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 41 ລາຍ ໃນນັ້ນ ເປັນເດັກນ້ອຍ 2 ລາຍ.

ເຮືອບິນລຳດັ່ງກ່າວມີຜູ້ໂດຍສານທັງໝົດ 78 ຄົນ ໃນນັ້ນ ມີກັບຕັນ ແລະ ລູກເຮືອ 5 ຄົນ ສຳລັບສາເຫດຂອງເຫດການໃນຄັ້ງນີ້ ຄາດວ່າເກີດຈາກການຂັດຂ້ອງຂອງອຸປະກອນໄຟຟ້າ ຢ່າງໃດກໍຕາມ ເຈົ້າໜ້າທີ່ກ່ຽວຂ້ອງກໍພວມເລັ່ງສືບສວນ-ສອບສວນເພື່ອຫາ ຕົ້ນເຫດຂອງເຫດການດັ່ງກ່າວ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...