Homeຂ່າວຕ່າງປະເທດເຊສລີ ຄຣິສ ຄວ້າມົງກຸດ ມິສ ອາເມຣິກາ 2019

ເຊສລີ ຄຣິສ ຄວ້າມົງກຸດ ມິສ ອາເມຣິກາ 2019

Published on

ປະກາດຜົນຢ່າງເປັນທາງການແລ້ວ ສຳລັບເວທີນາງງາມ ມິສ ອາເມຣິກາ 2019 ຊຶ່ງຜູ້ທີ່ໄດ້ຄອງຕຳແໜ່ງໃນປີນີ້ແມ່ນ ນາງສາວ ເຊສລີ ຄຣິສ ໄວ 28 ປີ ຕົວແທນຈາກລັດແຄໂຣໄລນາ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ພຶດສະພາຜ່ານມາຈາກເມືອງເຣໂນ ລັດເນວາດາ ສະຫະລັດອາເມຣິກາ ໂດຍໄດ້ຈັດການປະກວດຄົ້ນຫານາງສາວທີ່ຈະເປັນຕົວແທນ ມິສ ອາເມຣິກາ ປະຈຳປີ 2019 ຊຶ່ງຈັດຂຶ້ນທີ່ໂຮງແຮມແກຣນ ເຊຍຣາ ຣີສອດ ໂດຍປີນີ້ແມ່ນຈັດຂຶ້ນເປັນປີທີ 68 ເພື່ອຄົ້ນຫາສາວງາມຕົວແທນຂອງອາເມຣິກາເຂົ້າຮ່ວມຊີງໄຊເທິງເວທີ ມິສ ຢູນິເວີສ 2019  ໂດຍມີສາວງາມຈາກ 50 ລັດເຂົ້າຮ່ວມປະກວດ ແລະ 1 ເຂດປົກຄອງພິເສດນັ້ນກໍຄື ນະຄອນວໍຊີງຕັນ.

ປາກົດວ່າສາວງາມຈາກລັດລັດແຄໂຣໄລນາສາມາດສ້າງປະຫວັດສາດຈາກລັດແຄໂຣໄລນາທີ່ສາວມາດຄວ້າມົງກຸດ ມິສ ອາເມຣິກາ ມາຄອງໄດ້ສຳເລັດ ປັດຈຸບັນ ເຊສລີ ຄຣິສ ປະກອບອາຊີບເປັນເປັນກົດໝາຍ  ຂະນະທີ່ຮອງອັນດັບ 1 ຕົກເປັນຂອງ ນາງສາວ ອະເລຮັນດຣາ ກອນຊາເລຊ ຕົວແທນຈາກລັດນິວເມັກຊີໂກ ແລະ ຮອງອັນດັບ 2 ໄດ້ແກ່ ນາງສາວ ເທຣຍນາ ບຣາວ ຕົວແທນຈາກ ລັດໂອຄລາໂຮມາ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບຈາກ: Miss USA, AP

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...