spot_img
Homeຂ່າວພາຍ​ໃນກະສິກອນໄທ ຮ່ວມມື ລາວໂທລະຄົມ ເປີດໂຕຟີເຈີໃໝ່ ເອົາໃຈຜູ້ໃຊ້ມືຖື ເຕີມເງິນຜ່ານແອັບ QR KBank

ກະສິກອນໄທ ຮ່ວມມື ລາວໂທລະຄົມ ເປີດໂຕຟີເຈີໃໝ່ ເອົາໃຈຜູ້ໃຊ້ມືຖື ເຕີມເງິນຜ່ານແອັບ QR KBank

Published on

ໃນວັນທີ 25 ເມສາ 2019 ທີ່ ນະຄອນຫລວງວຽງຈັນ, ທະະນາຄານກະສິກອນໄທ ຮ່ວມ ກັບ ບໍລິສັດ ລາວເທເລຄອມມູນິເຄຊັນ ມະຫາຊົນ ເປີດໂຕ Feature ໃໝ່ ການເຕີມເງິນຄ່າໂທລະສັບ ແລະ ຄ່າອິນເຕີເນັດເຄືອຂ່າຍລາວໂທລະຄົມ ຜ່ານ “QR KBank” ແອັບພຣີເຄຊັ່ນກະເປົ໋າເງິນເທີງມືຖື ເພື່ອຍົກລະດັບການໃຫ້ການບໍລິການຂອງທັງສອງຝ່າຍ ເພື່ອໃຫ້ລູກຄ້າສາມາດຕື່ມເງິນຄ່າໂທ,ຄ່າອິນເຕີເນັດ ໂດຍເລີ່ມໃຊ້ງານແຕ່ 1 ເມສາ 2019 ເປັນຕົ້ນໄປ

ທ່ານ ພັດທະນະພົງ ຕັນສົມບຸນ ປະທານສະພາບໍລິຫານ ທະນາຄານກະສິກອນໄທ ກ່າວວ່າ: ສປປ ລາວ ເປັນປະເທດທີ່ມີອັດຕາການເຕີບໂຕທາງເສດຖະກິດ ແລະ ມີການເພີ່ມຂຶ້ນຂອງຄົນຊັ້ນກາງ ແລະ ລາຍໄດ້ຕໍ່ຫົວສູງຂຶ້ນຢ່າງຕໍ່ເນື່ອງຕະຫຼອດໃນປີຜ່ານມາ ແຕ່ຍັງມີຂໍ້ຈໍາກັດໃນການເຂົ້າເຖິງການບໍລິການທາງການເງິນຂອງປະຊາກອນ ເນື່ອງຈາກສາຂາ ແລະ ຈຸດໃຫ້ບໍລິການມີຈໍານວນຈໍາກັດ ທະນາຄານກະສິກອນໄທ ເຫັນໂອກາດໃນການໃຫ້ບໍລິການຜ່ານຊ່ອງທາງດີຈີຕອລ ຈຶ່ງໄດ້ເຮັດການເປີດໂຕ ແລະ ທົດລອງການໃຊ້ງານ “QR KBank” ແອັບພຣີເຄຊັນກະເປົ໋າເງິນເທີງມືຖື ທີ່ບໍ່ຕ້ອງຜູກກັບບັນຊີທະນາຄານ ໃນເດືອນ ທັນວາ 2018 ທີ່ຜ່ານມາ ເຫັນວ່າການຕອບຮັບນັບມື້ນັບຫລາຍຂຶ້ນ ດັ່ງນັ້ນ, ເພື່ອຕອບໂຈດການໃຊ້ງານໃຫ້ຫຼາກຫຼາຍຂຶ້ນທາງທະນາຄານຈຶ່ງໄດ້ຮ່ວມມືກັບ ລາວໂທລະຄົມ ຜູ້ນໍາດ້ານລະບົບໂທລະຄົມມະນາຄົມຂອງ ສປປ ລາວ ພ້ອມຈະເລີ່ມໃຫ້ບໍລິການໃນເຂດນະຄອນຫຼວງວຽງຈັນເປັນອັນດັບທໍາອິດ

ທ່ານ ພັດທະນະພົງ ຕັນສົມບຸນ ປະທານສະພາບໍລິຫານ ທະນາຄານກະສິກອນໄທ ກ່າວເພີ່ມຕື່ມວ່າ: ປະຊາກອນ ສປປ ລາວ ສາມາດດາວໂຫຼດ QR KBank ເພື່ອໃຊ້ງານໄດ້ແລ້ວມື້ນີ້ຈາກ Apple App Store ເທິງລະບົບ IOS ຫຼື Google Play ເທິງລະບົບ Android ແລະ ສາມາດລົງທະບຽນຢືນຢັນຕົວຕົນເພື່ອເລີ່ມໃຊ້ງານໄດ້ທຸກທີ່ທຸກເວລາ ໃນແອັບພຣີເຄຊັ່ນເອງ ໂດຍທີ່ບໍ່ຈໍາເປັນຕ້ອງມາທີ່ທະນາຄານ ແລະ ລູກຄ້າຍັງສາມາດຕື່ມເງິນເຂົ້າ ແລະ ຖອນເງິນອອກຈາກກະເປົ໋າເງິນ QR KBank ໄດ້ທີ່ຈຸດບໍລິການ QR KBank ທົ່ວນະຄອນຫຼວງວຽງຈັນ ໂດຍບໍ່ຈໍາເປັນຕ້ອງໄປເຮັດເອກກະສານທີ່ສາຂາຂອງທະນາຄານພຽງແຕ່ເບີ່ງຫາປ້າຍສັນຍາລັກ “ແມວນໍາໂຊກ” ທົ່ວນະຄອນຫຼວງວຽງຈັນ ແລະ ໃນຊ່ວງເປີດໂຕຟີວເຈີໃໝ່ນີ້ ທາງທະນາຄານຍັງໄດ້ກຽມສິດພິເສດສໍາລັບລູກຄ້າທີ່ທໍາການຕື່ມເງິນມືຖືເຄື່ອຂ່າຍລາວໂທລະຄົມຜ່ານ QR KBank ໄວ້ຢ່າງຫຼວງຫຼາຍເຊັ່ນ: ຂອງຂັວນ ແລະ ໂປຣໂມຊັ່ນພິເສດຈາກຮ້ານ K-Star ຮ້ານດັງທີ່ຮ່ວມລາຍການເຊັ່ນ: ຮ້ານຊານົມໄຂ່ມຸກ Kamu, ຮ້ານ B-Beauty ແລະ ຮ້ານ Retro ແລະ ຍັງມີກິດຈະກໍາຊິງໂຊກຂອງລາງວັນຫຼາຍຢ່າງລວມໄປເຖິງໂປຣໂມຊັ້ນຄ່າອິນເຕີເນັດພິເສດຈາກເຄືອຂ່າຍລາວໂທລະຄົມ ເຊີ່ງທາງທະນາຄານໄດ້ວາງແຜນການອັບເດດຮ້ານຄ້າ K-Star ໂປຣໂມຊັ້ນຕ່າງໆ ແລະ ການຂະຫຍາຍຈຸດໃຫ້ບໍລິການຢ່າງຕໍ່ເນື່ອງ ເຊີ່ງຜູ້ທີ່ສົນໃຈສາມາດຕິດຕາມ ແລະ ສອບຖາມຂໍ້ມູນເພີ່ມຕື່ມໄດ້ຈາກ ຈຸດໃຫ້ບໍລິການ QR KBank ທົ່ວນະຄອນຫຼວງວຽງຈັນ ຫຼື Click ໄປທີ່ Facebook : http://Kbank Laos ຫຼື ເວັບໄຊ້ WWW.Kasikornbank.com.la ຫຼື ຕິດຕໍ່ Call Center ໂທ 021 253 341 ໄດ້ຕັ້ງແຕ່ເວລາ 7:00 – 16:00 ໂມງ ທຸກມື້.

 

 

 

 

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...