Homeຂ່າວຕ່າງປະເທດຜູ້ນຳລັດເຊຍ ແລະ ຜູ້ນຳເກົາຫຼີເໜືອ ຈະຮ່ວມປະຊຸມສຸດຍອດໃນວັນພະຫັດນີ້

ຜູ້ນຳລັດເຊຍ ແລະ ຜູ້ນຳເກົາຫຼີເໜືອ ຈະຮ່ວມປະຊຸມສຸດຍອດໃນວັນພະຫັດນີ້

Published on

ສຳນັກຂ່າວຕ່າງປະເທດຈາກນະຄອນຫຼວງມອສໂກ ປະເທດລັດເຊຍ ເມື່ອວັນທີ 23 ເມສາ 2019 ວ່າ ວັງເຄຣມລິນທຳນຽບປະທານາທິບໍດີລັດເຊຍຖະແຫຼງການວ່າ ປະທານາທິບໍດີວາລາດິເມຍ ປູຕິນ ແຫ່ງລັດເຊຍຈະພົບປະເຈລະຈາກັບ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອໃນການປະຊຸມສຸດຍອດທີ່ຈະມີຂຶ້ນໃນວັນພະຫັດທີ 25 ເມສາ 2019 ນີ້ ທີ່ເມືອງ ວາລາດີວອສຕອດ ເຊິ່ງມີການກະກຽມດ້ານສະຖານທີ່ໄວ້ຮຽບຮ້ອຍແລ້ວ ແຕ່ຍັງຂໍປົກປິດໄວ້ກ່ອນ ດ້ວຍເຫດຜົນດ້ານຄວາມປອດໄພຂອງທາງຝ່າຍເກົາຫຼີເໜືອ.

ທ່ານ ຍູຣິ ອູຊາຄອຟ ທີ່ປຶກສາວັງເຄຣມລິນຖະແຫຼງວ່າ ການເຈລະຈາຫາລືຈະເນັ້ນໄປທີ່ປະເດັນທີ່ຍັງຕົກລົງກັນບໍ່ໄດ້ວ່າດ້ວຍໂຄງການນິວເຄຣຍເກົາຫຼີເໜືອ ໂດຍລັດເຊຍຈະຫາທາງເສີມກຳລັງໄປໃນທາງທີ່ດີ ເຊິ່ງເຄີຍຖືກຂັດຂວາງຈາກຝ່າຍປະທານາທິບໍດີໂດນັລ ທຣໍ້າ ຂອງສະຫະລັດຈາກການປະຊຸມສຸດຍອດທີ່ຜ່ານມາກັບຜູ້ນຳເກົາຫຼີເໜືອ ນອກຈາກນີ້ລັດເຊຍຍັງຈະຫາທາງຊ່ວຍສ້າງ ຫຼື ກຳນົດເງື່ອນໄຂ ແລະ ບັນຍາກາດທີ່ດີເພື່ອໃຫ້ບັນລຸຂໍ້ຕົກລົງຂອງບັນຫາແຫຼມເກົາຫຼີ.

ວາລະຂອງການຫາລືລະຫວ່າງປະທານາທິບໍດີລັດເຊຍກັບຜູ້ນຳເກົາຫຼີເໜືອຍັງລວມເຖິງການຮ່ວມມືທະວີພາຄີ ເພາະມູນຄ່າການຄ້າລະຫວ່າງລັດເຊຍກັບເກົາຫຼີເໜືອນັ້ນມີໜ້ອຍຫຼາຍເມື່ອປີທີ່ຜ່ານມາ ຕົວເລກຢູ່ທີ່ 34 ລ້ານໂດລາເທົ່ານັ້ນ,​ສາເຫດສຳຄັນນັ້ນເປັນເພາະມາດຕະການຄວໍ້າບາດຂອງນານາຊາດນັ້ນເອງ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...