Homeຂ່າວຕ່າງປະເທດສະຫະລັດສັ່ງຫ້າມ! 5 ປະເທດນຳເຂົ້ານໍ້າມັນຈາກອິຫຼ່ານ

ສະຫະລັດສັ່ງຫ້າມ! 5 ປະເທດນຳເຂົ້ານໍ້າມັນຈາກອິຫຼ່ານ

Published on

ປະທານາທິບໍດີ ໂດນັລ ທຣໍ້າ ຖອນສະຫະລັດອອກຈາກຂໍ້ຕົກລົງທີ່ປະເທດຜູ້ນຳໂລກ 6 ປະເທດ ເຮັດໄວ້ກັບອິຫຼ່ານເມື່ອປີ 2015 ແລ້ວເລີ່ມກັບມາໃຊ້ມາດຕະການລົງໂທດຕໍ່ອິຫຼ່ານອີກຄັ້ງເມື່ອປີ 2018 ເພື່ອກົດດັນອິຫຼ່ານໃຫ້ຢຸດຕິໂຄງການນິວເຄຣຍ ແລະ ຢຸດຕິການສະໜັບສະໜູນຈາກລັດຖະບານຊີຣີ ແລະ ເຢເມນ.

ທຳນຽບຂ່າວມີຖະແຫຼງການໃນວັນຈັນລະບຸວ່າ ການຕັດສິນໃຈຄັ້ງນີ້ເປັນຄວາມພະຍາຍາມຕັດການສົ່ງອອກນໍ້ຳມັນຂອງອິຫຼ່ານທັງໝົດ ເພື່ອຕັດແຫຼ່ງລາຍໄດ້ທີ່ສຳຄັນຂອງລັດຖະບານອິຫຼ່ານ.  ໂດຍ 5 ປະເທດທີ່ຈະຖືກລະງັບນຳເຂົ້ານໍ້າມັນຈາກອິຫຼ່ານ ເລີ່ມຕັ້ງແຕ່ວັນທີ 2 ພຶດສະພາ 2019 ນີ້ ມີ 3 ປະເທດທີ່ເປັນພັນທະມິດຂອງສະຫະລັດຄື: ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ຕວັກກີ ແລະ ອີກ 2 ປະເທດຄື: ຈີນ ກັບ ອິນເດຍ. ເຊິ່ງກ່ອນໜ້ານີ້ມີບາງປະເທດຢ່າງ ອິຕາລີ, ກຣີຊ ແລະ ໄຕ້ຫວັນ ທີ່ຍອມປະຕິບັດຕາມຄຳສັ່ງຂອງສະຫວັນ ທີ່ຫ້າມຊື້ນໍ້າມັນຈາກອິຫຼ່ານ.

ທາງ ປະທານາທິບໍດີ ໂດນັລ ທຣໍ້າ ໄດ້ທະວີດຂໍ້ຄວາມໃນທະວີດເຕີວັນຈັນວ່າ ຊາອຸດິອາລັບບີ ແລະ ປະເທດອື່ນໆ ໃນກຸ່ມໂອເປກ ຈະຜະລິດນໍ້າມັນໄດ້ຫຼາຍຂຶ້ນເມື່ອສະຫະລັດ ເລີ່ມໃຊ້ມາດຕະການລົງໂທດຢ່າງເຕັມຮູບແບບກັບອິຫຼ່ານ.

ໃນຂະນະດຽວກັນອິຫຼ່ານອອກມາຂູ່ໃນວັນຈັນຄືກັນວ່າຈະປິດຊ່ອງແຄບຮໍມຸຊ ເພື່ອຕອບໂຕ້ມາດຕະການລົງໂທດຄັ້ງຫຼ້າສຸດຂອງລັດຖະບານສະຫະລັດ.

ຮຽງຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: www.sanook.com

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...