spot_img
Homeຂ່າວພາຍ​ໃນ7 ທະນາຄານ ຮ່ວມກັນສ້າງບໍລິສັດ ລາວ ເນເຊີນນໍ ເພເມັ້ນ ເນັດເວີກ ຈໍາກັດ

7 ທະນາຄານ ຮ່ວມກັນສ້າງບໍລິສັດ ລາວ ເນເຊີນນໍ ເພເມັ້ນ ເນັດເວີກ ຈໍາກັດ

Published on

7 ທະນາຄານທຸລະກິດຍັກໃຫຍ່ ແລະ ສໍາຄັນຂອງ ສປປ ລາວ ມີ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ, ທະນາຄານຮ່ວມທຸລະກິດລາວ-ຫວຽດນາມ, ທະນາຄານຮ່ວມພັດທະນາ, ທະນາຄານເອັສທີ ຈໍາກັດ ແລະ ທະນາຄານ ບີໄອຊີ ລາວ ຈໍາກັດ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັນ ເພື່ອສ້າງຕັ້ງບໍລິສັດ ລາວ ເນເຊີນນໍ ເພເມັ້ນ ເນັດເວີກ ຈໍາກັດ (Lao National Payment Network) ເຊິ່ງເປັນບໍລິສັດ ທີ່ຈະມາເຮັດໜ້າທີ່ຄວບຄຸມລະບົບການຊໍາລະທຸລະກໍາຍ່ອຍ ທີ່ໄດ້ກໍານົດມາດຖານເງື່ອນໄຂຈະແຈ້ງ ໄວ້ໃນກົດໝາຍວ່າດ້ວຍລະບົບການຊໍາລະ ລົງວັນທີ 7 ພະຈິກ 2007.
ພິທີລົງນາມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ ວັນທີ 22 ເມສາ 2019 ທີ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ພູໂຂງ ຈັນທະຈັກ ຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທ່ານ ພຸດສາລາ ອົມດາລາ ຮອງອຳນວຍການ ທະນາຄານພັດທະນາລາວ, ທ່ານ ຄຳແກ້ວ ວິສີສົມບັດ ຮອງອຳນວຍການ ທະນາຄານສົ່ງເສີມກະສິກໍາ, ທ່ານ ວຽງວິໄລ ແສງຄຳຢອງ ຮອງອຳນວຍການທະນາຄານຮ່ວມທຸລະກິດ ລາວ-ຫວຽດນາມ, ທ່ານ ບຸນສະຫວ່າງ ພິລາໄຊພິທັກ ຜູ້ອຳນວຍການ ທະນາຄານຮ່ວມພັດທະນາ, ທ່ານ ເອກະລາດ ລັດຕະນະຈານ ຮອງອຳນວຍການທະນາຄານເອັສທີ ຈໍາກັດ ແລະ ທ່ານ ວໍລະເດດ ແພງພັນດີ ຜູ້ຈັດການທົ່ວໄປ ທະນາຄານ ບີໄອຊີ ລາວ ຈໍາກັດ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ.
ຈຸດປະສົງ ຂອງການສ້າງຕັ້ງບໍລິສັດດັ່ງກ່າວ, ແມ່ນເພື່ອມາອໍານວຍຄວາມສະດວກໃຫ້ແກ່ສັງຄົມລາວ ໃນການຊໍາລະສະສາງເງິນ ໃຫ້ມີຄວາມທັນສະໄໝ, ສະດວກ, ວ່ອງໄວ ແລະ ເຊື່ອຖືໄດ້ ເຊິ່ງເປັນອົງປະກອບທີ່ສໍາຄັນ ໃຫ້ແກ່ພື້ນຖານເສດຖະກິດໃຫ້ມີການຂະຫຍາຍຕົວແບບຍືນຍົງ, ທັງເປັນການຫລຸດຜ່ອນການນໍາໃຊ້ເງິນສົດໃນສັງຄົມ ແລະ ສົ່ງເສີມໃຫ້ເງິນກີບເປັນສະກຸນເງິນດຽວ ທີ່ໃຊ້ໃນການຊໍາລະສະສາງໃນ ສປປ ລາວ ໂດຍຜ່ານກົນໄກເອເລັກໂຕຣນິກ ແລະ ການພັດທະນາລະບົບຊໍາລະ ລະຫວ່າງ ທະນາຄານພາຍໃນໃຫ້ບັນລຸຄໍາຂວັນທີ່ວ່າ: “ທຸກທີ່, ທຸກເວລາ ແລະ ທຸກເຄື່ອງມືການຊໍາລະ” ຕາມລະດັບຄາດໝາຍທີ່ວາງໄວ້ ໃນແຜນຍຸດທະສາດພັດທະນາລະບົບສະຖາບັນການເງິນ-ເງິນຕາ ຂອງ ສປປ ລາວ ໄລຍະ 10 ປີ (2016-2025) ແລະ ວິໄສທັດຮອດປີ 2030.
ເນື່ອງຈາກວ່າການນໍາໃຊ້ເງິນສົດ ແມ່ນມີຂໍ້ຫຍຸ້ງຍາກ ແລະ ມີຕົ້ນທຶນສູງເກີດຂຶ້ນ ນັບຕັ້ງແຕ່ ຂະບວນການໃນການກະກຽມພິມຈໍາໜ່າຍເງິນໃໝ່, ການເກັບຮັກສາ, ການເຄື່ອນຍ້າຍ, ການກວດນັບ, ການຄັດແຍກເງິນເກົ່າອອກໄປທໍາລາຍ ແລະ ການໜູນວຽນປະລິມານເງິນທີ່ຫລາຍຂຶ້ນ ເຮັດໃຫ້ຕົ້ນທຶນດັ່ງກ່າວຍິ່ງເພີ່ມສູງຂຶ້ນເຊັ່ນກັນ. ນອກຈາກນີ້, ການນໍາໃຊ້ເງິນສົດຍັງເປັນສາເຫດທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ຂຶ້ນໃນສັງຄົມເຊັ່ນ: ການປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ, ການສໍ້ໂກງຫລອກຫລວງ, ການປອມແປງທະນາບັດ ແລະ ອື່ນໆ.
ໃນເບື້ອງຕົ້ນ, ບໍລິສັດ ລາວ ເນເຊີນນໍ ເພເມັ້ນ ເນັດເວີກ ຈໍາກັດ ແມ່ນຈະສືບຕໍ່ດໍາເນີນທຸລະກິດການໃຫ້ບໍລິການລະບົບ LAPS1 ທີ່ໄດ້ຮັບຈາກທະນາຄານແຫ່ງສປປ ລາວ ແກ່ມວນຊົນໃຫ້ສາມາດນໍາໃຊ້ບັດສິນເຊື່ອ ແລະ ບັດເງິນຝາກ ໃນການເຮັດທຸລະກໍາຜ່ານຕູ້ເອທີເອັມ, ຕູ້ຊີດີເອັມ ເຊັ່ນ: ກວດຍອດເງິນໃນບັນຊີ, ຝາກ-ຖອນເງິນສົດ, ໂອນເງິນ ພ້ອມທັງສາມາດຊໍາລະຄ່າສິນຄ້າ ແລະ ຄ່າບໍລິການຕ່າງໆຢູ່ຮ້ານຄ້າ ຜ່ານເຄື່ອງ POS ຂອງທະນາຄານທຸລະກິດໃດກໍໄດ້ ທີ່ເປັນສະມາຊິກຂອງລະບົບ LAPS ໃນຂອບເຂດທົ່ວປະເທດໄດ້.
ນອກຈາກນີ້, ບໍລິສັດດັ່ງກ່າວຍັງໄດ້ຕັ້ງເປົ້າຜັນຂະຫຍາຍທຸລະກິດ ແລະ ພັດທະນາລະບົບໂຄງລ່າງພື້ນຖານດ້ານການຊໍາລະ ໃຫ້ສາມາດເຮັດທຸລະກໍາການຊໍາລະ ລະຫວ່າງທະນາຄານຫລາຍຊ່ອງທາງເຊັ່ນ: QR Code Internet-Mobile Banking ແລະ ອື່ນໆໃຫ້ບັນລຸຄໍາຂັວນທີ່ວ່າ: “ທຸກທີ່, ທຸກເວລາ, ທຸກເຄື່ອງມືການຊໍາລະ ແລະ ການເຊື່ອມໂຍງສາກົນ” ແລະ ມີເປົ້າໝາຍທີ່ຈະພັດທະນາລະບົບການຊໍາລະໃຫ້ທັນສະໄໝ, ປອດໄພ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ສ້າງໃຫ້ເປັນບໍລິສັດແຫ່ງທໍາອິດທີ່ປະສົບຜົນສໍາເລັດ ໃນການໃຫ້ບໍລິການລະບົບການຊໍາລະທຸລະກໍາຍ່ອຍແຫ່ງຊາດໃນ ສປປ ລາວ. ນອກນັ້ນໃນມໍ່ໆນີ້ ຍັງຈະມີພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບ ບໍລິສັດ ຢູນຽນເພ ສາກົນ ທີ່ຈະມາເປັນຜູ້ຮ່ວມຮຸ້ນຕື່ມອີກ ເຊິ່ງເປັນບໍລິສັດຊ່ຽວຊານທາງດ້ານເຕັກໂນໂລຊີດ້ານການຊໍາລະ ລະດັບແຖວໜ້າຂອງສາກົນ.

ຂຽນໂດຍ: ສະຫະລັດ ວອນທິວົງສີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...