spot_img
Homeຂ່າວພາຍ​ໃນບໍລິສັດ ຕັນ ຈົງ ມໍເຕີ ລາວ ຮ່ວມສະຫຼອງປີໃຫມ່ລາວກັບສູນສາມເອັດສ໌ຂອງນີສສັນ Nissan ທີ່ເປີດໃຫມ່ ສາຂາ ດອນແດງ

ບໍລິສັດ ຕັນ ຈົງ ມໍເຕີ ລາວ ຮ່ວມສະຫຼອງປີໃຫມ່ລາວກັບສູນສາມເອັດສ໌ຂອງນີສສັນ Nissan ທີ່ເປີດໃຫມ່ ສາຂາ ດອນແດງ

Published on

ໃນເດືອນເມສາ ປີ 2019 – ຕັນຈົງມໍເຕີລາວ (Lao) Sole Co. , Ltd. (“TCML”), ເຊີ່ງເປັນບໍລິສັດຕົວແທນຈຳໜ່າຍລົດນີສສັນ Nissan ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງຕັນຈົງມໍເຕີ ໂຫດດີງສ໌ ເບີຣ໌ເຫດ ຂອງປະເທດມາເລເຊຍ Tan Chong Motor Holdings Bhd (Malaysia) ໄດ້ປະສົບຜົນສຳເລັດຄັ້ງສຳຄັນໂດຍການປະກາດການຂະຫຍາຍສາຂາຫຼ່າສຸດໃນນະຄອນຫຼວງວຽງຈັນ.

ຝ່າຍບໍລິຫານຂອງຕັນຈົງມໍເຕີ Tan Chong Motor ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ທ້ອງຖີ່ນໄດ້ຮ່ວມສະຫຼອງປີໃຫມ່ລາວທີ່ຫ້ອງສະແດງລົດຍົນຂອງນີສສັນ Nissan ເຊີ່ງເປັນຫ້ອງທີ່ຫາກໍ່ເປີດໃຫມ່ ແລະ ປັດຈຸບັນທາງບໍລິສັດມີຫ້ອງຂາຍ ລົດຍົນ ຫຼື ສູນຂາຍລົດ ດ້ວຍກັນ 04 ແຫ່ງໃນລາວ.

ທ່ານ ຊົງ ຈູນ ເບັງ ຜູ້ບໍລິຫານຂອງບໍລິສັດຕັນຈົງມໍເຕີລາວ ແລະ ກຳປູເຈຍໄດ້ກ່າວວ່າ, “ທາງບໍລິສັດໄດ້ວາງແຜນທຸລະກິດຢ່າງຕໍ່ເນື່ອງໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມເຖີງການຂະຫຍາຍສາຂາຂອງບໍລິສັດໃຫ້ເຂົ້າເຖີງຕະຫຼາດຫຼາຍຂື້ນກວ່າເກົ່າ. ພ້ອມທັງແນະນຳລົດລຸ້ນໃຫມ່ໆ ທີ່ທາງບໍລິສັດຜະລິດອອກມາເພື່ອເປັນການຕອບສະໜອງຄວາມຕ້ອງການທີ່ເພີ່ມຫຼາຍຂື້ນຂອງລູກຄ້າທີ່ຢູ່ຕ່າງແຂວງ.

ທາງບໍລິສັດຕັນຈົງ ມໍເຕີໃນລາວ Tan Chong motor (Laos) ນໍາສະເໜີການຈະເລີນເຕີບໂຕຂອງຕະຫຼາດທີ່ມີແນວໂນ້ມສູງຂື້ນ ແລະ ທາງຝ່າຍບໍລິຫານຄາດວ່າຍອດຂາຍຈະເຕີບໂຕຢ່າງຕໍ່ເນື່ອງ ແລະ ມີຄວາມໝັ້ນຄົງໃນອີກສອງສາມປີຂ້າງໜ້າ. ດ້ວຍການເປີດຕົວຂອງ ອໍລ໌ ນີວ ນີສສັນ ເທີຣາ All-New Nissan TERRA ເມື່ອສອງສາມເດືອນທີ່ຜ່ານມາ, ຊື່ງເປັນສັນຍາລັກອັນດີຂອງບໍລິສັດໃນອຸດສາຫະກຳລົດຍົນໃນພື້ນທີ່”

ທາງບໍລິສັດໄດ້ຈັດງານໃຫ້ຄືກັບງານ ຄາຣ໌ນິວໍລ໌ carnival ຊື່ງພ້ອມຈະນຳຄວາມສຸກມາໃຫ້ມວນຊົນທີ່ເຂົ້າມາຮ່ວມໃນງານ ພາຍໃນງານຍັງມີເກມ ແລະ ກິດຈະກຳຕ່າງໆ ສຳລັບເດັກເຊັ່ນ ສະລອຍນໍ້າ, ປືນນໍ້າ, ການແຂ່ງຂັນລະບາຍສີ, ແລະ ອື່ນໆ. ຂະນະທີ່ຜູ້ປົກຄອງກໍ່ຕື່ນເຕັ້ນກັບການທົດລອງຂັບ ອໍລ໌ ນີວ ນີສສັນ ເທີຣາ All-New Nissan TERRA.

ທາງຫ້ອງສະແດງລົດຍົນໃນປັດຈຸບັນຂອງບໍລິສັດຍັງມີແກລເລີລີ gallery ຂະຫນາດໃຫຍ່ທີ່ສາມາດສະແດງລົດຍົນໄດ້ເຕັມຮູບແບບ ບໍ່ວ່າຈະເປັນ ອໍລ໌ ນີວ ນີສສັນ ເທີຣາ All-New Nissan TERRA. ນີສສັນ ເອີແວນ Nissan URVAN, ນີສສັນ ນາວາຣາ ພຣີມ້ຽມ ພລັສ໌ Nissan NAVARA Premium Plus ແລະ ນີວ ນິສສັນ ເອັກຊ໌ ທຽວ New Nissan X-TRAIL.

ຊື່ງລູກຄ້າຈະໄດ້ຮັບຄວາມສຸກກັບການທີ່ໄດ້ສຳພັດຮູບລັກຂອງການຂັບເຄື່ອນອັນສຸດຍອດຂອງນີສສັນ Nissan. ສຳລັບກິດຈະກຳການເປີດງານສອງວັນຂອງບໍລິສັດໄດ້ມີລູກຄ້າທີ່ໂຊກດີໄດ້ຮັບຂອງລາງວັນຈາກການຈັບສະຫຼາກແຈກຂອງລາງວັນ ແລະ ຍັງມີຜູ້ທີ່ເຂົ້າມາຮ່ວມງານບາງທ່ານໄດ້ຮັບບັດສົມມະນາຄຸນຕ່າງໆ.

ສູນນີີສສັນສາມເອັດສ໌ Nissan 3S ໄດ້ເປີດໃຫມ່ຢ່າງເຕັມຮູບແບບ ເຊີ່ງເປັນຕົວແທນໃຫ້ກັບການຂາຍ, ການໃຫ້ການບໍລິການ ແລະ ຂາຍເຄື່ອງອາໄຫຼ່ຕ່າງໆ ທີ່ພ້ອມຈະສະໜອງການບໍລິການທີ່ສະດວກສະບາຍໃຫ້ແກ່ລູກຄ້າຢ່າງເຕັມຮູບແບບ ນັບແຕ່ການບໍລິການຫຼັງການຂາຍ ການສະໜອງກຳລັງການຜະລິດ ແລະ ຄວາມສາມາດໃນການຮອງຮັບລົດຍົນນີສສັນ Nissan ທີ່ເພີ່ມຫຼາຍຂື້ນໃນນະຄອນຫຼວງວຽງຈັນ.

ນີສສັນຍັງຄົງສືບຕໍ່ຂະຫຍາຍຕົວໃນລາວ ແລະ ສະໜອງຄວາມພື່ງພໍໃຈໃຫ້ແກ່ລູກຄ້າຊື່ງເປັນບຸລິມະສີດອັນສຳຄັນທີ່ມອບໃຫ້ລູກຄ້າຂອງບໍລິສັດ. ບໍລິສັດ ຕັນ ຈົງ ມໍເຕີ ລາວ  Tan Chong Motor Lao ມຸ່ງເນັ້ນທີ່ຈະເພີ່ມປະສິດທິພາບການດຳເນີນການຫຼັງການຂາຍ ແລະ ມີຈຸດປະສົງທີ່ຈະເປັນໜື່ງແບຣນ brand ລົດຍົນທີ່ໄດ້ຮັບຄວາມນີຍົມໃນລາວ. ດັ່ງນັ້ນ ໃນຊ່ວງປີໃຫມ່ລາວ ທີມງານບໍລິການຫຼັງການຂາຍຈະໃຫ້ບໍລິການກວດສະພາບລົດຍົນຟຣີໃນອັດຕາພິເສດໃນການບໍລິການ ສ່ວນຫຼຸດອາໄຫຼ່ແທ້ຈາກນີສສັນ Nissan ແລະ ການປ່ຽນຖ່າຍນ້ຳມັນເຄື່ອງລົດຍົນ ເພື່ອລົດຄວາມກັງວົນຂອງລູກຄ້າທີ່ຈະເດີນທາງກັບບ້ານໃນຊ່ວງປີໃຫມ່ ເຊີ່ງໄລຍະການຈັດງານເລີ່ມແຕ່ ວັນທີ 8.04.2019 – 12.05.2019 ລວມ 5 ວັນ.

ລູກຄ້າ ແລະ ສະມາຊິກທີ່ມີຄວາມສົນໃຈສາມາດໂທຫາຝ່າຍບໍລິການໄດ້ດັ່ງຕໍ່ໄປນີ້

1) ບ້ານຈອມແຈ້ງ, ຖະໜົນທ່າເດືອ, ເມືອງສີສັດຕະນາກ    : (+856 21) 316 073

2) ບ້ານ ດອນແດງ,  ເມືອງຈັນທະບູລີ                          : (+856 21) 565056

2) ເມືອງສຸນັນທາ, ເມືອງໄກສອນພົມວິຫານ                : (+856 30) 5270 131

3) ຖະໜົນສຸພານຸວົງ ເອັບເວນນູ & ຖະໜົນກ້າວແລ້ວ, ບ້ານສີໄຄ, ເມືອງສີໂຄດຕະບອງ : (+856 21) 520 990

4) ຖະໜົນສາລາຄອຍດົງຈອງ, ບ້ານສະໜາມໄຊ, ເມືອງປາກເຊ  : (+856 30) 9688 889

ລູກຄ້າ ແລະ ສະມາຊີກທີ່ມີຄວາມສົນໃຈສາມາດເຂົ້າມາຢ້ຽມຊົມ ແລະ ທົດລອງຂັບ ອໍລ໌ ນີວ ນີສສັນ ເທີຣາ All-New Nissan TERRA, ນີສສັນ ນາວາຣາ ພຣີມ້ຽມ ພລັສ໌ Nissan NAVARA Premium Plus ແລະ ນີວ ນິສສັນ ເອັກຊ໌ ເທັລ New Nissan X-TRAIL ໄດ້ທີ່ຫ້ອງສະແດງລົດຍົນນີສສັນ Nissan Showroom ຫຼື ໂຣດໂຊສ໌ Roadshows ໄດ້ແລ້ວ.

ສຳລັບການສອບຖາມຂໍ້ມູນກ່ງວກັບລົດທຸກລຸ້ນຂອງນີສສັນ Nissan ໃນລາວ, ທ່ານສາມາດເຂົ້າຊົມໄດ້ທີ່ເວັບໄຊທ໌ http://www.nissan-lao.la ຫຼື ທ່ານສາມາດຕິດຕາມໜ້າເຟດສ໌ບຸກຄ໌ຂອງນີສສັນລາວໄດ້ທີ່http://fb.com/NissanLaos/

 

ກ່ຽວກັບບໍລິສັດ ຕັນຈົງ (ລາວ) ຈຳກັດ  (Lao) Sole Co., Ltd. (“TCML”)

ບໍລິສັດ ຕັນຈົງ (ລາວ) ຈຳກັດ  (Lao) Sole Co., Ltd. (“TCML”) ເປັນຕົວແທ່ນຈຳໜ່າຍລົດຍົນນິສສັນ Nissan ໃນລາວ ຊື່ງເປັນສາຂາຂອງຕັນຈົງມໍເຕີ ໂຫດດີງສ໌ ເບີຣ໌ເຫດຂອງມາເລເຊຍ Tan Chong Motor Holdings Berhed ທາງບໍລິສັດທັງເປັນຜູ້ຂາຍ, ຜູ້ບໍລິຫານນຳລົດເຂົ້າມາໃນລາວ ແຕ່ປີ 2010. ການເປີດຕົວຄັ້ງທຳອິດຂອງສູນສາມເອັດສ໌ 3S ໃນນະຄອນຫຼວງວຽງຈັນ ບໍລິສັດຕັນຈົງມໍເຕີລາວ ໄດ້ສ້າງສະຖິຕິຍອດຂາຍທີ່ໂດດເດັນເທີງທ້ອງຖະໜົນໃນປະເທດລາວເຊັ່ນ ນິສສັນ ນາວາຣາ Nissan Navara ແລະ ນິສສັນ ເອັກຊ໌ – ເທຣັັລ Nissan X-Trail. ໃນປີ 2016, ຕັນຈົງມໍເຕີລາວໄດ້ຖືກນຳສະເໜີເຂົ້າຊີງລາວວັນ ເດີ ນິສສັນ ກລອບໂອລ໌ ເອີເວີດ໌ ‘The Nissan Global Award 2016’ ຊື່ງເປັນລາງວັນລະດັບໂລກທີ່ຮັບຮູ້ຖືງການເປັນຕົວແທນຈຳໜ່າຍຂອງນິສສັນ Nissan ຈາກຜົນການດຳເນີນງານທີ່ໂດດເດັ່ນໃນຊ່ວງງົບປະມານປີ 2015 ໃນເລື່ອງຂອງປະລິມານການຂາຍ ແລະ ຜົນສຳເລັດສ່ວນແບ່ງການຕະຫຼາດ.

ໃນປີ 2017 ນັບເປັນກ້າວທີ່ສຳຄັນຂອງບໍລິສັດ ເພາະບໍລິສັດຕັນຈົງມໍເຕີລາວ ໄດ້ເປີດສູນສາມເອັດສ໌ 3S ໃນສະຫວັນນະເຂດ ແລະ ຕາມມາດ້ວຍສູນສາມເອັດສ໌ 3S ໃນປາກເຊ. ເພື່ອເປັນການຂັບເຄື່ອນທຸລະກິດ ບໍລິສັດຕັນຈົງມໍເຕີຣ໌ລາວຍັງສືບຕໍໍ່ສົ່ງຄວາມເພີ່ງພໍໃຈໃຫ້ກັບລູກຄ້າໃຫ້ເຖີງຈຸດສູງສຸດ ແລະ ສືບຕໍ່ຂະຫຍາຍສາຂາຂອງບໍລິສັດໃຫ້ຄອບຄຸມທົ່ວປະເທດ ພ້ອມກັບເປີດຫ້ອງບໍລິການການຂາຍໃຫ້ກັບຜູ້ທີ່ມີຄວາມສົນໃຈ ເພື່ອເພີ່ມຍອດຂາຍລົດຍົນ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...