Homeຂ່າວພາຍ​ໃນລັດຖະບານນອກ​ແວ ຈະສືບຕໍ່ໃຫ້​ການ​ຊ່ວຍ​ເຫຼືອ ວຽກການເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ຢູ່ ສປປ ລາວ

ລັດຖະບານນອກ​ແວ ຈະສືບຕໍ່ໃຫ້​ການ​ຊ່ວຍ​ເຫຼືອ ວຽກການເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ຢູ່ ສປປ ລາວ

Published on

ລັດຖະບານນອກ​ແວ ໄດ້ສືບໃຫ້​ການ​ຊ່ວຍ​ເຫຼືອ​ເພື່ອ​ມະ​ນຸດ​ສະ​ທຳ​ສາ​ກົນ ໃນ​ມູນ​ຄ່າ 4 ແສນ​ໂດ​ລາ​ສະ​ຫະລັດ ​ເຂົ້າໃນວຽກງານເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ ຢູ່​ໃນ​ສອງແຂວງ​ຂອງລາວ ​ຄື: ແຂວງ ຫຼວງ​ພະ​ບາງ ແລະ ແຂວງ ຊຽງ​ຂວາງ ໃນ​ໄລຍະປີ 2018-2020.

ທ່ານ ດັກອິນ ອຸນສະເຕນ (Dag-Inge Ulstein), ລັດ​ຖະ​ມົນ​ຕີ ວຽກງານ​ພັດ​ທະ​ນາ​ສາ​ກົນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ນອກ​ແວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ ໃນ​ວັນ​ທີ 29 ມີ​ນາ 2019, ໃນໂອກາດທີ່ເດີນທາງມາຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງເປັນທາງການ.

ໃນ​ໄລ​ຍະ​ຜ່ານ​ມາ ຈົນ​ເຖິງ​ປັດ​ຈຸ​ບັນ, ລັດຖະບານນອກ​ແວ ໄດ້ໃຫ້​ການ​ຊ່ວຍ​ເຫຼືອ ຫຼາຍຂະແໜງການແກ່ ສປປ ລາວ ເຊັ່ນ: ໂຄງ​ການ​ໄຟ​ຟ້າ​ນ້ຳ​ຕົກ, ກົດ​ໝາຍ, ການ​ສຶກ​ສາ, ສາທາລະນະສຸກຂັ້ນພື້ນຖານ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການພັດທະນາຊັບພະຍາກອນມະນຸດ ແລະ ການສະໜັບສະໜູນພາກລັດ, ໂດຍສະເພາະ ​ແມ່ນການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ ໃນ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ​ທີ່​ຍັງ​ຢັ່ງ​ຢາຍ​ຢູ່​ທົ່ວ​ທຸກ​ພາກ​ຂອງ ສ​ປ​ປ ລາວ, ລວມມູນຄ່າ 26 ລ້ານໂດລາສະຫາລັດ ໃນໄລຍະປີ 2008-2013.

ໃນໄລ​ຍະ​ປີ 2014 – 2016, ນອກ​ແວ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ເພື່ອ​ມະ​ນຸດ​ສະ​ທຳ​ສາ​ກົນ​ ໃນການເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ໃນ​ມູນ​ຄ່າ 1,4 ລ້ານໂດ​ລາ​ສະ​ຫະລັດ ແລະ ໃນ​ໄລ​ຍະ​ປີ 2018-2020 ໃນ​ມູນ​ຄ່າ 4 ແສນ​ໂດ​ລາ​ສະ​ຫະ​ລັດ ຢູ່​ໃນ​ແຂວງ​ຈຸດ​ຊຸມ ​ຄື: ແຂວງ ຫຼວງ​ພະ​ບາງ ແລະ ແຂວງ ຊຽງ​ຂວາງ.

ນອກນັ້ນ, ໃນຂອບເຂດອາຊຽນ, ນອກແວ ໃນຖານະເປັນປະເທດຄູ່ຮ່ວມມື ຂະແໜງການກັບອາຊຽນ (ASEAN Sectoral Dialogue Partner), ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າໃນການເສີມຂະຫຍາຍການພົວພັນກັບອາຊຽນ, ອັນພົ້ນເດັ່ນແມ່ນໃນ ປີ 2016 ມູນຄ່າການຄ້າ ອາຊຽນ-ນອກແວ ມີເຖິງ 4.1 ຕື້ໂດລາສະຫະລັດ,  ການລົງທຶນຈາກ ນອກແວ ຢູ່ ອາຊຽນ ມີມູນຄ່າ 25.5 ລ້ານໂດລາສະຫະລັດ, ການສົ່ງອອກຂອງອາຊຽນ ໄປຍັງປະເທດ ນອກແວ ມີມູນຄ່າ 2 ຕື້ໂດລາສະຫະລັດ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...