Homeຂ່າວຕ່າງປະເທດບິນຜິດເສັ້ນທາງພາຜູ້ໂດຍສານໄປຜິດປະເທດ

ບິນຜິດເສັ້ນທາງພາຜູ້ໂດຍສານໄປຜິດປະເທດ

Published on

ວັນທີ 26 ມີນາ 2019 ສຳນັກຂ່າວຕ່າງປະເທດລາຍງານວ່າ ເຮືອບິນໂດຍສານຖ້ຽວບິນ BA3271 ຂອງສາຍການບິນບຣິຕິຊ ແອຣ໌ເວ ອອກເດີນທາງຈາກສະໜາມບິນລອນດອນຊີຕີ້ ໃນເຊົ້າວັນຈັນທີ 25 ມີນາ 2019 ໂດຍເຮືອບິນລຳນີ້ມີກຳນົດປາຍທາງທີ່ເມືອງ ດຸສເຊລດໍ ປະເທດເຢຍລະມັນ ແຕ່ເຮືອບິນນີ້ກັບເດີນທາງໄປລົງຈອດທີ່ເມືອງ ເອດິນບະຣະຂອງ ສະກອດແລນ.

ທັງນີ້,​ ຜູ້ໂດຍສານໃນເຮືອບິນລຳດັ່ງກ່າວເລີ່ມສັງເກດເຫັນຄວາມຜິດປົກກະຕິ ເມື່ອເຮືອບິນລົງຈອດຣັນເວ ແລະ ເບິ່ງອອກຜ່ານປ່ອງຢ້ຽມຂອງເຮືອບິນເຫັນປ້າຍ ຍິນດີຕ້ອນຮັບສູ່ເອດິນບະຣະ ຈຶ່ງໄດ້ແຈ້ງໃຫ້ພະນັກງານຕ້ອນຮັບເທິງເຮືອບິນຮັບຮູ້.

ຫຼັງລົງຈອດທີ່ສະໜາມບິນເອດິນບະຣະ ແລະ ນັກບິນໄດ້ພົບຄວາມຜິດພາດ ເຮືອບິນຕ້ອງເຕີມນໍ້າມັນ ແລະ ອອກເດີນທາງກັບຄືນໄປທີ່ດຸສເຊລດໍ ເຊິ່ງຢູ່ຫ່າງອອກໄປປະມານ 804.6 ກິໂລແມັດ ເຮັດໃຫ້ເຮືອບິນລົງຈອດທີ່ສະໜາມບິນດຸສເຊລດໍ ຊ້າກວ່າກຳນົດ 3 ຊົ່ວໂມງ.

ດ້ານໂຄສົກສາຍການບິນ ບຣິຕິຊ ແອຣ໌ເວ ອອກຖະແຫຼງການຂໍໂທດຜູ້ໂດຍສານ ໂດຍບອກວ່າທາງບໍລິສັດ ຈະຕິດຕໍ່ຜູ້ໂດຍສານເປັລາຍບຸກຄົນເພື່ອຂໍໂທດທີ່ເຮັດໃຫ້ເກີດຄວາມບໍ່ສະດວກໃນການເດີນທາງຄັ້ງນີ້ ແລະ ຈຳເຮັດການສອບສວນຫາສາເຫດຂອງຄວາມຜິດພາດທີ່ເກີດຂຶ້ນໃນຄັ້ງນີ້.

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...