Homeຂ່າວຕ່າງປະເທດຈີນລົງໂທດອະດີດການນຳລະດັບສູງໃຫ້ຕິດຄຸກ 14 ປີ ໃນໂທດຮັບສິນບົນ

ຈີນລົງໂທດອະດີດການນຳລະດັບສູງໃຫ້ຕິດຄຸກ 14 ປີ ໃນໂທດຮັບສິນບົນ

Published on

ສຳນັກຂ່າວຊິນຫົວລາຍງານເມື່ອວັນທີ 26 ມີນາ 2019 ວ່າ ສານປະຊາຊົນຊັ້ນກາງຂອງນະຄອນໝິງໂປ ປະກາດຄຳຕັດສິນທ້າວ ຫຼູ່ ເຫວີ່ຍ ອະດີດຮອງຫົວໜ້າຝ່າຍການເຜີຍແຜ່ຂ່າວຂອງຄະນະກຳມະການກາງພັກຄອມມູນິດຈີນ ເຊິ່ງຖືກລົງໂທດໃຫ້ຕິດຄຸກເປັນເວລາ 14 ປີ ແລະ ປັບໄໝເງິນ 3 ລ້ານຢວນ ໃນຄະດີສວາຍໂອກາດຮັບສິນບົນ.

ຄຳຕັດສິນຂອງສານລະບຸວ່າ ເງິນ ແລະ ຊັບສິນທີ່ທ້າວ ຫຼູ່ ໄດ້ຮັບມາໃນຮູບແບບຮັບສິນບົນ ລວມເຖິງຜົນປະໂຫຍດຕ່າງໆທີ່ເກີດມາຈາກການຮັບສິນບົນນັ້ນ ຈະຖືກສອບສວນລາຍລະອຽດ ແລະ ຮຽກຄືນທັງໝົດກ່ອນຈະສົ່ງຕໍ່ໄປທີ່ສຳນັກງານຄັງເງິນແຫ່ງຊາດ.

ສານໄດ້ລະບຸວ່າ ທ້າວ ຫຼູ່ ຖືກກວດພົບການໃຊ້ຜົນປະໂຫຍດຈາກຕຳແໜ່ງໜ້າທີ່ໃນການຊ່ວຍເຫຼືອອົງກອນ ຫຼື ບຸກຄົນຈຳນວນໜຶ່ງທີ່ກ່ຽວຂ້ອງກັບການຈັດການທາງອິນເຕີເນັດ ລວມເຖິງການຊ່ວຍສົ່ງເສີມການປະກອບທຸລະກິດ, ການເລື່ອນຊັ້ນຕຳແໜ່ງ ແລະ ການໂຍກຍ້າຍງານໃນລະຫວ່າງປີ 2002-2017 ເຊິ່ງທ້າວ ຫຼູ່ ກໍ່ຍອມຮັບສາລະພາບທຸກຂໍ້ກ່າວຫາ.

 

 

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ

ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...