Homeຂ່າວຕ່າງປະເທດໂຮງງານເຄມີຈີນລະເບີດ ມີຜູ້ໄດ້ຮັບບາດເຈັບກວ່າ 600 ຄົນ

ໂຮງງານເຄມີຈີນລະເບີດ ມີຜູ້ໄດ້ຮັບບາດເຈັບກວ່າ 600 ຄົນ

Published on

ວັນທີ 22 ມີນາ 2019 ທີ່ຜ່ານມາ AFP ລາຍງານຄວາມຄືບໜ້າເຫດການລະເບີດ ແລະ ໄຟໄໝ້ທີ່ໂຮງງານເຄມີໃນນິຄົມອຸດສາຫະກຳເຂດຢຽນເສິງ ມົນທົນຈຽງຊູ ທາງຕາເວັນອອກຂອງປະເທດຈີນວ່າມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ 62 ສົບ, ບາດເຈັບກວ່າ 600 ຄົນ, ໃນນີ້ມີຈຳນວນ 60 ຄົນອາການສາຫັດ ແລະ 34 ຄົນອາການໜ້າເປັນຫ່ວງ, ນອກຈາກນີ້ ຍັງມີຜູ້ສູນຫາຍ 28 ຄົນ.

ເຫດການດັ່ງກ່າວເກີດຂຶ້ນຕັ້ງແຕ່ວັນທີ 21 ມີນາ 2019 ແຮງລະເບີດເຮັດໃຫ້ອາຄານຫຼາຍຫຼັງພັງລົງມາ ເສດແວ່ນແກ້ວຟົ້ງກະຈາຍໄປໄກຫຼາຍຮ້ອຍແມັດ ເຈົ້າໜ້າທີ່ດັບເພີງສາມາດຄວບຄຸມເພີງໄໝ້ໄດ້ໃນຕອນເຊົ້າຂອງວັນຕໍ່ມາ, ສ່ວນເຈົ້າໜ້າທີ່ກູ້ໄພໄດ້ເລັ່ງຄົ້ນຫາຜູ້ລອດຊີວິດໃນໂຮງງານ ພ້ອມອົບພະຍົບຊາວບ້ານອອກຈາກພື້ນທີ່ສ່ຽງໄພ 4.000ຄົນ.

ທ່ານ ສີ ຈິ້ນຜິງ ປະທານາທິບໍດີຂອງຈີນ ມີຄຳສັ່ງການ ສົ່ງໂດຍກົງຂ້າມທະວີບມາທີ່ ສປ.ຈີນ ລະຫວ່າງການໄປຢຽມຢາມປະເທດອິຕາລີ ໃຫ້ເລັ່ງສືບສວນ-ສອບສວນຫາສາເຫດ ແລະ ໃຫ້ທາງການທ້ອງຖິ່ນຈີນທົ່ວປະເທດຫາທາງປ້ອງກັນຫາຍະນະໄພອັນຕະລາຍຈາກອຸດສະຫະກຳແບບນີ້ ຢ່າໃຫ້ມີເຫດການແບບນີ້ເກີດຂຶ້ນອີກ ພ້ອມສັ່ງໃຫ້ເຈົ້າໜ້າທີ່ເມືອງຢຽນເສິງ ພະຍາຍາມຊ່ວຍຊີວິດຜູ້ບາດເຈັບຢ່າງເຕັມທີ່ ແລະ ຊ່ວຍໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຊ່ວຍໄດ້.

ຕໍ່ມາ ສະພາແຫ່ງລັດ ລວມເຖິງຄະນະລັດຖະມົນຕີຈີນ ຈັດຕັ້ງທີມສອບສວນຫາສາເຫດຂອງການລະເບີດໃນໂຮງງານ ສ່ວນທ່ານ ຫວັງ ຫຍົງ ສະມາຊິກສະພາແຫ່ງລັດເດີນທາງໄປທີ່ເກີດເຫດເພື່ອເຮັດພາລະກິດຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: khaosod

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...