spot_img
Homeຂ່າວທ້ອງຖິ່ນ4 ໂຄງການຊ່ວຍເຫຼືອ ຈາກລັດຖະບານຍີ່ປຸ່ນ​ໃນ​ປີ 2019

4 ໂຄງການຊ່ວຍເຫຼືອ ຈາກລັດຖະບານຍີ່ປຸ່ນ​ໃນ​ປີ 2019

Published on

ໃນວັນທີ 20 ມີນາ 2019, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມໃນເອກະສານແລກປ່ຽນໂຄງການຊ່ວຍເຫຼືອ ຈາກ ລັດຖະບານຍີ່ປຸ່ນ ຈໍານວນ 4 ໂຄງການ, ໂດຍຕາງໜ້າຝ່າຍລາວ ຮ່ວມລົງນາມໃນເອກະສານ ແລະ ກ່າວຮັບໂຄງການໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ຮ່ວມລົງນາມໃນເອກະສານ ແລະ ກ່າວມອບໂດຍ ໂດຍ ທ່ານ ຕາເກຊິ ຮິກິຮາຣະ (Takeshi HIKIHARA), ເອກ​ອັກຄະ​ລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ເອກະສານແລກປ່ຽນ 4 ໂຄງການດັ່ງກ່າວ ມີຄື: ໂຄງການເພາະ​ພັນ​ປາ (Aquaculture) ມູນຄ່າ 200 ລ້ານເຢນ, ໂຄງ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ (Counter terrorism) ມູນ​ຄ່າ 200 ລ້ານເຢນ, ໂຄງ​ການ​ຊ່ວຍ​ເຫຼືອ​ລ້າ​ນອກ​ໂຄງ​ການ (Non-Project) ມູນ​ຄ່າ 500 ລ້ານເຢນ ແລະ ໂຄງ​ການ​ຂະ​ຫຍາຍ​ລະ​ບົບ​ທໍ່​ສົ່ງ​ນ້ຳ​ປະ​ປາ ຂອງ ນະ​ຄອນຫຼວງ​ພະ​ບາງ (ຂັ້ນ​ຕອນ​ອອກ​ແບບ) ມູນ​ຄ່າ 97 ລ້ານເຢນ, ຊຶ່ງແມ່ນ​ໂຄງ​ການ​ຊ່ວຍ​ເຫຼືອ​ລ້າ ຂອງ ລັດ​ຖະ​ບານ​ຍີ່​ປຸ່ນ ລວມ​ມູນ​ຄ່າ 997 ລ້ານ​ເຢນ ຫຼື ​ປະ​ມານ 8,2 ລ້ານ ໂດ​ລາ​ສະ​ຫະ​ລັດ.

ການຊ່ວຍ​ເຫຼືອ 04 ໂຄງ​ການ ທີ່ໄດ້ລົງນາມໃນຄັ້ງນີ້ ແມ່ນນອນຢູ່ໃນແຜນການ​ຮ່ວມ​ມື​ ລາວ-ຍີ່​ປຸ່ນ ເພື່ອ​ພັດ​ທະ​ນາ ສ​ປ​ປ ລາວ ແບບ​ຍືນ​ຍົງ, ເຊິ່ງສອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ຍີ່​ປຸ່ນ ໄດ້​ເຫັນ​ດີ​ຮ່ວມ​ກັນ ໃນ​ເດືອນກັນ​ຍາ 2016, ໂດຍ​ປະ​ຕິ​ບັດ​ຄຽງ​ຄູ່​ກັບແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສົງ​ຄົມ 5 ປີ ຄັ້ງ​ທີ 8 (2016-2020) ຂອງ ສ​ປ​ປ ລາວ.

ນອກ​ຈາກ 4 ໂຄງ​ການ ​ທີ່​​ໄດ້​ລົງ​ນາມ​ໃນ​ຄັ້ງນີ້, ໃນ​ວັນ​ທີ 6 ມີ​ນາ 2019 ຜ່ານ​ມາ ກໍ​ໄດ້​ມີ​ການ​ລົງ​ນາມຮັບ​ເອົາ​ການ​ຊ່ວຍ​ເຫຼືອ ຈາກ ລັດ​ຖະ​ບານ​ຍີ່​ປຸ່ນ 4 ໂຄງ​ການ ຜ່ານ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ປະ​ຈຳ ສ​ປ​ປ ລາວ (UNICEF, UN-Habitat ແລະ FAO) ເພື່ອຊ່ວຍ​ເຫຼືອຟື້ນ​ຟູ​ໄພ​ພິ​ບັດ ຢູ່ ແຂວງ​ອັດຕະປື, ເປັນ​ຕົ້ນ​ແມ່ນ ການ​ຟື້ນ​ຟູ​ກະ​ສິ​ກຳ, ເຮືອນ​ຊານ​ບ້ານ​ຊ່ອງ, ການ​ສຶກ​ສາ ແລະ ການ​ສະ​ໜອງ​ນ້ຳ​ສະ​ອາດ  ແກ່ ສ​ປ​ປ ລາວ ລວມ​ມູນ​ຄ່າ ປະ​ມານ 7,6 ລ້ານ ໂດ​ລາສະ​ຫະ​ລັດ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...