Homeຂ່າວຕ່າງປະເທດແພດຈີນໃຊ້ເຕັກໂນໂລຊີ 5ຈີ ຜ່າຕັດສະໝອງທາງໄກກວ່າ 3.000 ກິໂລແມັດ

ແພດຈີນໃຊ້ເຕັກໂນໂລຊີ 5ຈີ ຜ່າຕັດສະໝອງທາງໄກກວ່າ 3.000 ກິໂລແມັດ

Published on

ເມື່ອວັນທີ 18 ມີນາ 2019 ສຳນັກຂ່າວ ຊິນຫົວລາຍງານວ່າ ແພດຈີນຈາກໂຮງໝໍ PLA General Hospital ປະຈຳມົນທົນໄຫໜານ ໄດ້ເຮັດການຜ່າຕັດກະຕຸ້ນສະໝອງສ່ວນເລິກຈາກທາງໄກໃຫ້ກັບຜູ້ປ່ວຍໂຣກ ພາຣກິນສັນ ທີ່ຮັກສາຕົວຢູ່ໃນໂຮງໝໍໃນນະຄອນຫຼວງປັກກິ່ງ ເຊິ່ງມີຄວາມໄກຈາກສູນຜ່າຕັດປະມານ 3.000 ກິໂລແມັດ

ໂດຍທີມແພດໃນໂຮງໝໍທີ່ໄຫໜານຈະເປັນຜູ້ຄວບຄຸມອຸປະກອນການຜ່າຕັດຜ່ານເຄືອຂ່າຍ 5G ແລະ ສາມາດຜ່າຕັດສຳເລັດໂດຍໃຊ້ເວລາດົນເຖິງ 3 ຊົ່ວໂມງ.

ແພດຜູ້ຜ່າຕັດໄດ້ກ່າວວ່າ ການຜ່າຕັດເປັນໄປໄດ້ຢ່າງບໍ່ມີບັນຫາເພື່ອເຄືອຂ່າຍ 5G ຊ່ວຍແກ້ໄຂບັນຫາຄວາມຊັກຊ້າຂອງວິດີໂອ ພ້ອມສະແດງຄວາມຫວັງວ່າ ຫຼາຍໆໂຮງໝໍຈະສາມາດໃຊ້ປະໂຫຍດຈາກເຕັກໂນໂລຊີ 5G ໃນການຜ່າຕັດທາງໄກໄດ້ຫຼາຍຂຶ້ນໃນອະນາຄົດ ເພື່ອເຮັດໃຫ້ຜູ້ປ່ວຍໄດ້ຮັບການຮັກສາທີ່ດີ ໂດຍບໍ່ຕ້ອງເດີນທາງໄກມາເຂົ້າໂຮງໝໍໃຫຍ່ໃນເມືອງຫຼວງ.

https://www.facebook.com/XinhuaNewsAgency.th/videos/409771406465001/?v=409771406465001

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ສຳນັກຂ່າວຊິນຫົວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...