Homeຂ່າວຕ່າງປະເທດວຽນນາຄອງແຊັມເມືອງທີ່ມີຄຸນນະພາບດີທີ່ສຸດໃນໂລກ 10 ປີ ຊ້ອນ

ວຽນນາຄອງແຊັມເມືອງທີ່ມີຄຸນນະພາບດີທີ່ສຸດໃນໂລກ 10 ປີ ຊ້ອນ

Published on

“ເມີເຊີ” ຈັດອັນດັບຄຸນນະພາບຊີວິດດີທີ່ສຸດໃນໂລກປະຈຳປີ 2019 ຜົນປະກົດວ່າ ນະຄອນຫຼວງວຽນນາ ເມືອງຫຼວງຂອງປະເທດ ໂອຕຣິດ ຍັງຢູ່ອັນດັບທີ 1 ເປັນປີທີ 10 ຕິດຕໍ່ກັນ, ອັນດັບ 2 ຄື ເມືອງ ຊູຣິດ ປະເທດສະວິດ, ສ່ວນອັນດັບ 3 ມີເມືອງ ໂອກແລນ ຂອງປະເທດນູແວນເຊລັງ, ເມືອງ ມິວນິກ ຂອງປະເທດເຢຍລະມັນ ແລະ ເມືອງ ແວນຄູເວີ ປະເທດການາດາ.

ສຳລັບອາຊຽນ ເມືອງທີ່ໜ້າຢູ່ທີ່ສຸດຄື ສິງກະໂປ ຢູ່ໃນອັນດັບ 25 ຂອງໂລກ ຮອງລົງມາກໍ່ແມ່ນ ນະຄອນຫຼວງກົວລາລຳເປີ ປະເທດ ມາເລເຊຍ ຢູ່ໃນອັນດັບ 85 ຂອງໂລກ.

ສຳລັບການຈັດອັນດັບເມືອງທີ່ໜ້າຢູ່ທີ່ສຸດຂອງ ເມີເຊີ ເປັນການຈັດອັນດັບຈາກ 231 ເມືອງທົ່ວໂລກ ໂດຍພິຈາລະນາຄວາມໝັ້ນຄົງທາງການເມືອງ, ອັດຕາອາຊະຍາກຳ, ລະບົບສາທາລະນະສຸກ, ການສຶກສາ, ກິດຈະກຳຕ່າງໆ ແລະ ລະບົບການຂົນສົ່ງສາທາລະນະ ທີ່ດີທີ່ສຸດໃນໂລກ.

 

 

 

 

 

 

 

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai.com

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...