Homeຂ່າວທ້ອງຖິ່ນວິທີຊ່ວຍເຫຼືອຄົນເຈັບເກີດອຸບັດຕິເຫດຢ່າງປອດໄພ ຖ້າຫາກເຫັນຄົນເຈັບນອນຢູ່ ແຄມທາງ!

ວິທີຊ່ວຍເຫຼືອຄົນເຈັບເກີດອຸບັດຕິເຫດຢ່າງປອດໄພ ຖ້າຫາກເຫັນຄົນເຈັບນອນຢູ່ ແຄມທາງ!

Published on

ອຸບັດເຫດຕາມຖະໜົນສາມາດເກີດຂຶ້ນໄດ້ທຸກເມື່ອ ເຊິ່ງບາງຄັ້ງອາດບໍ່ແມ່ນຕົນເອງເປັນຜູ້ປະສົບເຫດ ແຕ່ເປັນອຸບັດຕິເຫດທີ່ເກີດຂຶ້ນກັບບຸກຄົນອື່ນ ດັ່ງນັ້ນຜູ້ຂັບຂີ່ຕາມທ້ອງຖະໜົນຄວນຮູ້ວິທີໃນການເຂົ້າໄປຊ່ວຍເຫຼືອທີ່ຖືກຕ້ອງ ເພື່ອບໍ່ໃຫ້ເກີດອຸບັດເຫດຊໍ້າຊ້ອນແກ່ຄົນເຈັບ ໂດຍສະເພາະຕອນທີ່ຍັງບໍ່ທັນມີເຈົ້າໜ້າທີ່ກູ້ໄພຢູ່ໃນທີ່ເກີດເຫດ.

  1. ປະເມີນສະຖານະການຈາກສະພາບແວດລ້ອມ ແລະ ສະພາບການຈະລາຈອນຂອງຈຸດທີ່ເກີດອຸບັດຕິເຫດ ໂດຍສະເພາະໃນຊ່ວງເວລາຕອນກາງຄືນ ຫຼື ທັດສະນະວິໄສບໍ່ດີ ທ່ານຄວນເພີ່ມຄວາມລະມັດລະວັງເປັນພິເສດເພື່ອປ້ອງກັນອຸບັດຕິເຫດຊໍ້າຊ້ອນ.
  2. ສົ່ງສັນຍານເຕືອນໃຫ້ຜູ້ໃຊ້ລົດໃຊ້ຖະໜົນທ່ານອື່ນໄດ້ຮັບຮູ້ໂດຍການກ່າງໄມ້ ຫຼື ສິ່ງສະທ້ອນແສງ ແລະ ອື່ນໆທີ່ຄິດວ່າຊ່ວຍໄດ້ ມາວາງໄວ້ດ້ານຫຼັງລົດໃຫ້ຫ່າງຈາກຈຸດເກີດເຫດຢ່າງໜ້ອຍບໍ່ຕໍ່າກວ່າ 50 ແມັດ.
  3. ໂທລະສັບແຈ້ງໜ່ວຍງານທີ່ກ່ຽວຂ້ອງເຊັ່ນ: ຕຳຫຼວດ, ໜ່ວຍກູ້ໄພ,​ ໂຮງໝໍ ພ້ອມໃຫ້ຂໍ້ມູນຈຸດເກີດເຫດ, ຈຳນວນຄົນເກີດອຸບັດເຫດ ແລະ ອາການຂອງຜູ້ບາດເຈັບ ເພື່ອໃຫ້ເຈົ້າໜ້າທີ່ໄດ້ວາງແຜນການຊ່ວຍເຫຼືອໄດ້ຖືກຕ້ອງ.
  4. ໃຫ້ການຊ່ວຍເຫຼືອຜູ້ທີ່ມີອາການບາດເຈັບຮຸນແຮງເປັນສິ່ງທຳອິດ ໂດຍສະເພາະຜູ້ທີ່ໝົດສະຕິ, ຫົວໃຈຢຸດເຕັ້ນ ແລະ ເສຍເລືອດຫຼາຍ ກໍລະນີຜູ້ບາດເຈັບເລັກໜ້ອຍກໍ່ໃຫ້ປະຖົມພະຍາບານເບື້ອງຕົ້ນຕາມອາການ.
  5. ຫາກທ່ານບໍ່ມີທັກສະໃນການຊ່ວຍເຫຼືອ ທຳອິດແມ່ນຫ້າມເຄື່ອນຍ້າຍຄົນເຈັບດ້ວຍຕົວເອງ ຄວນລໍຖ້າໃຫ້ແພດສຸກເສີນມາຊ່ວຍເຫຼືອ ແລະ ນຳສົ່ງໂຮງໝໍ.
  6. ກໍລະນີອຸບັດຕິເຫດເກີດໃນຈຸດເສົາໄຟຟ້າລົ້ມ ມີສາຍໄຟພາດຢູ່ໃຫ້ກັບຈຸດທີ່ເກີດອຸບັດເຫດ ທ່ານບໍ່ຄວນເຂົ້າໃກ້ບໍລິເວນດັ່ງກ່າວ ເພາະທ່ານອາດຖືກໄຟຊັອດເສຍຊີວິດໄດ້.
  7. ຫາກລົດທີ່ເກີດອຸບັດຕິເຫດມີນໍ້າຮົ່ວ ຫຼື ໄດ້ກິ່ນກ໊າດ ທ່ານຄວນຟ້າວໄປມອດຈັກລົດ ແລະ ອອກຫ່າງຈາກທີ່ເກີດເຫດໃນໄລຍະບໍ່ຕໍ່າກວ່າ 10 ແມັດ ເພື່ອປ້ອງກັນອັນຕະລາຍຈາກເພີງໄໝ້.

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: hilight.kapook

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...