ທ່ານ ນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ປະເທດຮົງກາຣີ

ໂດຍຕອບສະໜອງການເຊື້ອເຊີນຂອງທ່ານ ວິກຕໍຣ ອໍຣບານ ນາຍົກລັດຖະມົນຕີ ແຫ່ງ ປະເທດຮົງກາຣີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ປະເທດຮົງກາຣີ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ມີນາ 2019 ເຊິ່ງເປັນການຢ້ຽມຢາມຄັ້ງປະຖົມມະລືກ ທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ນັບແຕ່ໄດ້ດໍາລົງຕໍາແໜ່ງເປັນ ນາຍົກກລັດຖະມົນຕີ ແຫ່ງ ສປປ ລາວ. ການຢ້ຽມຢາມຄັ້ງນີ້ ເປັນນິມິດໝາຍອັນດີໃນການເພີ່ມທະວີຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນວັນທີ 11 ມີນາ 2019, ທີ່ສໍານັກງານນາຍົກລັດຖະມົນຕີຂອງ ຮົງກາຣີ ເຊິ່ງທັງສອງຝ່າຍ ໄດ້ທົບທວນ ແລະ ຕີ​ລາຄາ​ສູງຕໍ່ສາຍ​ພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຍາວນານ ລະຫວ່າງ ​ລາວ-ຮົງກາຣີ.  ຜ່ານມາສອງ​ປະ​ເທດ​ ເຄີຍໄດ້​ໃຫ້ການ​ສະໜັບສະໜູນ ແລະ ຊ່ວຍ​ເຫລືອ ເຊິ່ງ​ກັນ​ ແລະ​ ກັນ​, ທັງໃນຂອບສອງຝ່າຍ ກໍຄືຫຼາຍຝ່າຍຕະຫລອດມາ. ຄຽງຄູ່ກັນນັ້ນ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງລັດຖະບານ ແລະ ປະຊາຊົນຮົງກາຣີ ໃຫ້ແກ່ ສປປ ລາວ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືໃນຕໍ່ໜ້າ ໂດຍໄດ້ຕົກລົງກັນຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມຍຸດທະສາດ ເຊິ່ງເປັນການຢັ້ງຢືນຄືນ ແລະ ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ລັດຖະ ບານ ແລະ ປະຊາຊົນ ສອງຊາດ ລາວ-ຮົງກາຣີ.

ພ້ອມກັນນັ້ນ, ລັດຖະບານ ຮົງກາຣີ ໄດ້ຕົກລົງເພີ່ມທຶນການສຶກສາ ໃຫ້ແກ່ ສປປ ລາວ ຕື່ມອີກ ຈາກ 50 ທຶນ ມາເປັນ 100 ທຶນ ຕໍ່ປີ ນັບແຕ່ປີ 2019 ເປັນຕົ້ນໄປ. ໃນປັດຈຸບັນ ນັກສຶກສາລາວ ກໍາລັງສຶກສາຮໍ່າຮຽນ ຢູ່ມະຫາວິທະຍາໄລຕ່າງໆ ຂອງ ຮົງກາຣີ ມີຈໍານວນທັງໝົດ 86 ຄົນ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.

ໃນໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງ​ໜ້າ​ໃຫ້​ລັດຖະບານ ແລະ ປະຊາຊົນລາວ ສະ​ແດງ​ຄວາມ​ຂອບ​ໃຈຢ່າງຈິງໃຈ​ຕໍ່​ລັດຖະບານ ແລະ ປະຊາຊົນ ຮົງກາຣີ​ ທີ່ໄດ້ຊ່ວຍ​ກໍ່ສ້າງຊັບ​ພະຍາກອນ​ມະນຸດໃຫ້ແກ່ ສປປ ລາວ ໃນ​ໄລຍະ​ຜ່ານ​ມາ ກໍ​ຄືໃນ​ປັດຈຸ​ບັນ ເຊິ່ງນັກສຶກສາລາວ ທີ່ໄດ້ຮຽນຈົບຈາກ ຮົງກາຣີໃນເມື່ອກ່ອນ ໄດ້ກາຍເປັນບຸກຄະລາກອນ ທີ່ມີຄຸນນະພາບ ແລະ ປະສົບຄວາມສຳເລັດສູງ, ຈຳນວນໜຶ່ງມີໜ້າທີ່ຕຳແໜ່ງສຳຄັນ ຢູ່ພາກລັດ ແລະ ຈຳນວນໜຶ່ງ ກໍປະສົບຜົນສຳເລັດຢູ່ໃນພາກທຸລະກິດ. ນອກນັ້ນ, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ ລັດຖະບານ ຮົງກາຣີ ທີ່ໄດ້ສະໜອງເງິນກູ້ທີ່ມີເງື່ອນໄຂຜູກພັນບໍ່ມີດອກເບ້ຍ(Tied Aid Credit) ໃຫ້ແກ່ ສປປ ລາວ ໃນໄລຍະທີ 1 ຈຳນວນ 8,6 ລ້ານໂດລາສະຫະລັດ, ໄລຍະທີ 2 ຈຳນວນ 30 ລ້ານໂດລາສະຫະລັດ ແລະ ໄລຍະທີ 3 ຈຳນວນ 160 ລ້ານໂດລາສະຫະລັດ, ພ້ອມທັງເຫັນດີຈະເພີ່ມຈໍານວນເງິນກູ້ຢືມດັ່ງກ່າວຂຶ້ນຕື່ມອີກໃນຕໍ່ໜ້າ ເຊິ່ງເປັນການຊ່ວຍເຫລືອ ທີ່ມີຄຸນຄ່າປະກອບສ່ວນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ສອງຝ່າຍ ຈະຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ລາວ-ຮົງກາຣີ ທີ່ກໍາລັງດໍາເນີນຢູ່ ສປປ ລາວ ໃຫ້ສຳເລັດຜົນ ຕາມຄາດໝາຍທີ່ກຳນົດໄວ້. ຝ່າຍຮົງກາຣີ ເຫັນດີທີ່ຈະໄປເປີດຫ້ອງການຕາງໜ້າກົງສຸນຂອງຕົນ ຢູ່ ນະຄອນຫລວງວຽງຈັນ ໃນອານາຄົດອັນໃກ້ໆນີ້. ນອກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະນໍາກັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ, ລວມທັງບັນຫາອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດຢ້ຽມຢາມຄັ້ງນີ້, ສອງຝ່າຍ ​ໄດ້ລົງນາມເອກະສານຮ່ວມກັນ ສອງສະບັບຄື: ສັນຍາວ່າດ້ວຍການຍົກເວັ້ນວີຊາການທູດ ແລະ ລັດຖະການ; ແຜນການຮ່ວມມືດ້ານການສຶກສາ ສຳລັບ ປີ 2020-2022 ເຊິ່ງຈະສ້າງເງື່ອນໄຂໃຫ້ສອງປະເທດໄດ້ເພີ່ມທະວີ ແລະ ເສີມຂະຫຍາຍການພົວພັນຮ່ວມມືໃຫ້ແໜ້ນແຟ້ນກວ່າເກົ່າ. ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຢາໂນສ ອາເດຣ ປະທານາທິບໍດີ ແຫ່ງປະເທດ ຮົງກາຣີ ແລະ ທ່ານ ລາຊໂລ ໂກເວີ ປະທານສະພາແຫ່ງຊາດ ຮົງກາຣີ, ພ້ອມທັງໄປວາງພວມາລາຢູ່ອານຸສາວະລີນັກຮົບນິລະນາມ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວດ້ານວັດທະນະທໍາ ແລະ ປະຫວັດສາດທີ່ສຳຄັນຂອງ ຮົງກາຣີ ຈໍານວນໜຶ່ງ.

ເຊັ່ນດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ຖືເອົາໂອກາດນີ້ເຊື້ອເຊີນທ່ານ ນາຍົກລັດຖະມົນຕີ ວິກຕໍຣ ອໍຣບານ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາອັນຄວນ ເຊິ່ງນາຍົກລັດຖະມົນຕີ ວິກຕໍຣ ອໍຣບານ ກໍມີຄວາມຍິນດີຕອບຮັບການເຊື້ອເຊີນດັ່ງກ່າວ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ