Homeຂ່າວຕ່າງປະເທດກ່ຳປັ່ນຂະໜາດໃຫຍ່ ຕຳກັນກາງຄອງຊູແອດ ປະເທດອີຢິບ

ກ່ຳປັ່ນຂະໜາດໃຫຍ່ ຕຳກັນກາງຄອງຊູແອດ ປະເທດອີຢິບ

Published on

 

ເຮືອບັນທຸກຕູ້ສິນຄ້າ 2 ລຳ ຕຳກັນກາງຄອງຊູແອດໃນອີຢິບ ເຮັດໃຫ້ການເດີນເຮືອມີປັນຫາທັງເສັ້ນທາງ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 2 ຕຸລາຜ່ານມານີ້ວ່າ ເມື່ອວັນທີ 29 ກັນຍາ 2014 ເກີດເຫດເຮືອບັນທຸກ

ສິນຄ້າເອັມວີ ໂຄລົມໂບ ເອັກສ໌ເພຣສ໌ ຂອງເຢຍລະມັນ ແລະ ເຮືອເອັມວີ ເມີກໄລນ໌ ຂອງສິງກະໂປ ຕຳກັນບໍລິເວນ

ຕອນເໜືອສຸດຂອງຄອງຊູແອດໃນປະເທດອີຢິບ ເຮັດໃຫ້ການເດີນເຮືອຂົນສົ່ງສິນຄ້າ ທັງຂາຂຶ້ນ ແລະ ຂາລ່ອງຕ້ອງ

ຊັກຊ້າກ່ວາເວລາທີ່ກຳນົດໄວ້.

 

ບໍລິສັດອິນເຊບ ຕົວແທນຜູ້ໃຫ້ບໍລິການຂົນສົ່ງສິນຄ້າທາງທະເລ ໄດ້ອອກມາເປີດເຜີຍວ່າ ບໍ່ມີຜູ້ໃດໄດ້ຮັບບາດເຈັບ

ຫລື ເສຍຊີວິດຈາກອຸບັດເຫດຄັ້ງນີ້ ມີພຽງແຕ່ເຮືອໂຄລົມໂບ ເອັກສ໌ເພຣສ໌ ທີ່ມີຮອຍບຸ້ມດ້ານຊ້າຍຂອງເຮືອ ແລະ

ເຮັດໃຫ້ຕູ້ຄອນເທັນເນີ້ ຕົກລົງໄປໃນທະເລເຖິງ 4 ຕູ້.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...