spot_img
Homeຂ່າວພາຍ​ໃນຈະແຈ້ງຈາກການບິນລາວ! ຕໍ່ກັບເຫດການເຮືອບິນ Airbus A320 ເກີດຂັດຂ້ອງຕ້ອງລົງຈອດດ່ວນ

ຈະແຈ້ງຈາກການບິນລາວ! ຕໍ່ກັບເຫດການເຮືອບິນ Airbus A320 ເກີດຂັດຂ້ອງຕ້ອງລົງຈອດດ່ວນ

Published on

ໃນເວລາ 21:00 ໂມງຂອງວັນທີ 10 ມີນາ 2019 ເຮືອບິນການບິນລາວ ຖ້ຽວບິນ QV-865 ບິນຈາກນະຄອນຫຼວງວຽງຈັນ ໄປສູ່ຊຽງໄຮ້ ປະເທດຈີນ ໂດຍເຮືອບິນ Airbus A320 ທະບຽນ RDPL-34188 (ເຮືອບິນເໝົາລຳ), ຫຼັງຈາກທີ່ເຮືອບິນຂຶ້ນໄປໄດ້ປະມານ 10-20 ນາທີ ໄດ້ເກີດການຂັດຂ້ອງ ດັ່ງນັ້ນ, ນັກບິນຈຶ່ງຕັດສິນໃຈບິນກັບມາສະໜາມບິນວັດໄຕ ແລະ ລົງຈອດໄດ້ຢ່າງປອດໄພ ພ້ອມຜູ້ໂດຍສານ 129 ຄົນ. ພາຍຫຼັງລົງຈອດຢ່າງປອດໄພ ວິສາວະກອນຂອງການບິນລາວໄດ້ທຳການກວດສອບບັນຫາ ແລະ ກວດກາ ຈື່ງພົບວ່າບໍ່ມີບັນຫາຫຍັງ ແລະ ອະນຸຍາດໃຫ້ເຮືອບິນດັ່ງກ່າວສາມາດສືບຕໍ່ບິນໄດ້.

ໃນວັນທີ 11 ມີນາ 2019 AeroLaos ໄດ້ສໍາພາດກັບຕັນທ່ານໜຶ່ງຂອງລັດວິສາຫະກິດການບິນລາວ (Lao Airlines) ລະບຸວ່າ: ຖ້ຽວບິນ QV-865 ບິນຈາກສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ສູ່ ນະຄອນຊຽງໄຮ້, ສປ ຈີນ ,ນັກບິນສັງເກດເຫັນລະບົບເຕືອນ, ຈຶ່ງຂໍນຳເອົາເຮືອບິນກັບມາລົງຄືນເພື່ອກວດສອບ ແຕ່ໃນການເອົາກັບມາລົງຄືນນັ້ນ ຕ້ອງໄດ້ບິນເວີ່ນ ຈູດນໍ້າມັນອອກກ່ອນຈຳນວນໜຶ່ງເພາະນໍ້າມັນທີ່ໃສ່ໄປທາງໄກຫັ້ນມີຫຼາຍເກີນ, ຖ້ານຳເອົາເຮືອບິນລົງໂດຍບໍ່ເຜົານໍ້າມັນຖິ້ມກ່ອນ ຈະເຮັດໃຫ້ເກີນນໍ້າໜັກລົງເດີ່ນຂອງເຮືອບິນ. “ບໍ່ມີຫຍັງເປັນລະທຶກ ຕາມຂ່າວຫຼາຍໆສຳນັກຂຽນມາ”

ເຮືອໂດຍສານ Airbus-A320 ລະຫັດຍົນ RDPL-34188 ຂອງການບິນລາວ ລຳນີ້ເປັນລຳທຳອິດຂອງຊະນິດຍົນແອບັສຂອງການບິນລາວ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ລັດວິສາຫະກິດການບິນລາວ, ຄົນຮັກການບິນ In Love Aviation, AeroLaos

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...