Homeຂ່າວຕ່າງປະເທດເຟສບຸກ! ເປີດເຜີຍແຜນປັບປຸງລະບົບ ໃຫ້ເປັນສ່ວນຕົວຫຼາຍຂຶ້ນ

ເຟສບຸກ! ເປີດເຜີຍແຜນປັບປຸງລະບົບ ໃຫ້ເປັນສ່ວນຕົວຫຼາຍຂຶ້ນ

Published on

ທ່ານ ມາກ ຊັກເຄີເບີກ ຊີອີໂອ ແລະ ຜູ້ກໍ່ຕັ້ງ ເຟສບຸກ ເປີດເຜີຍຜ່ານບລັອກສ່ວນຕົວເມື່ອວັນພຸດທີ່ຜ່ານມາວ່າ ເຂົາຕ້ອງການພັດທະນາໃຫ້ເຟສບຸກເປັນ “ແພລດຟອມທີ່ເນັ້ນຄວາມເປັນສ່ວນຕົວ” ໂດຍອາດພັດທະນາໃຫ້ເປັນໄປໃນທິດທາງຂອງແພລດ ຟອມຮັບສົ່ງຂໍ້ຄວາມທີ່ຕ້ອງເຂົ້າລະຫັດ ເພາະເຫັນວ່າ ໃນອະນາຄົດຜູ້ຄົນຕ້ອງການແຊັດແບບເປັນສ່ວນຕົວຫຼາຍກວ່າ.

ເຖິງແມ່ນວ່າການປ່ຽນແປງນີ້ອາດເຮັດໃຫ້ບໍລິການຂອງເຟສບຸກຖືກບລັອກໃນບາງປະເທດ ແຕ່ການສົ່ງຂໍ້ຄວາມທີ່ມີການເຂົ້າລະຫັດຈະເປັນເຄື່ອງມືທີ່ສຳຄັນຂອງທຸລະກິດໃໝ່ເຊັ່ນ: ການຊຳລະເງິນອອນລາຍ ແລະ ການຊື້-ຂາຍສິນຄ້າ.

ເນື່ອງຈາກທີ່ຜ່ານມາ ເຟສບຸກຕ້ອງປະເຊີນໜ້າກັບປະເດັນການລະເມີດຄວາມເປັນສ່ວນຕົວຂອງຜູ້ໃຊ້ ແລະ ການເຜີຍແຜ່ເນື້ອຫາທີ່ຮຸນແຮງ ລວມເຖິງຂ່າວລື ເມື່ອປີ 2018 ເຟສບຸກຍອມຮັບວ່າ ຂໍ້ມູນຂອງຜູ້ໃຊ້ປະມານ 50 ລ້ານຄົນ ຖືກບໍລິສັດໃຫ້ຄຳປຶກສາດ້ານການເມືອງ “ເຄມບຣິດ ອະນາໄລຕິກາ” ນຳໄປໃຊ້ລະຫວ່າງຫາສຽງເລືອກຕັ້ງປະທານາທິບໍດີສະຫະລັດ ເມື່ອປິ 2017 ຈົນເຮັດໃຫ້ມູນຄ່າຫຸ້ນເຟສບຸກຕົກລົງເກືອບ 8 ໝື່ນລ້ານໂດລາ ໃນຊ່ວງເວລາບໍ່ພໍເທົ່າໃດມື້ຂອງເດືອນມີນາປີທີ່່ຜ່ານມາ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai.com

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...