Homeຂ່າວທ້ອງຖິ່ນ2018 ລາວຂາດດຸນການຄ້າເລັກໜ້ອຍ

2018 ລາວຂາດດຸນການຄ້າເລັກໜ້ອຍ

Published on

2018 ເປັນອີກປີໜຶ່ງທີ່ ສປປ ລາວ ສາມາດບັນລຸຕົວເລກການຄ້າທີ່ສູງ ປະຕິບັດໄດ້ປະມານ 11,25 ຕື້ໂດລາ ແຕ່ໃນພາບລວມແລ້ວປະເທດເຮົາຍັງຂາດດູນການຄ້າກັບຕ່າງປະເທດເລັກໜ້ອຍ ເນື່ອງຈາກວ່າລາວເປັນປະເທດນ້ອຍ ກຳລັງການຜະລິດເພື່ອສົ່ງອອກບໍ່ທັນຫຼາຍ ແລະ ພວມຢູ່ໃນໄລຍະສ້າງສາພັດທະນາ ເຊິ່ງມີຄວາມຕ້ອງການນຳເຂົ້າສິນຄ້າຈຳນວນຫຼາຍ.

ສຳລັບຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປີ 2018 ປະຕິບັດໄດ້ປະມານ 11,25 ຕື້ໂດລາ ໃນນັ້ນ, ມູນຄ່າການນຳເຂົ້າປະຕິບັດໄດ້ປະມານ 5,84 ຕື້ໂດລາ ແລະ ສົ່ງອອກໃນມູນຄ່າ 5,41 ຕື້ໂດລາ.

ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ປະຈຳປີ 2018 ປະກອບມີ: ໄຟຟ້າ 26,03%, ແຮ່ທອງ 13,08%, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 8,79%, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ 5,11%, ເຄື່ອງດື່ມ 4,55%, ເຄື່ອງນຸ່ງຫົ່ມ3,57%, ຢາງພາລາ 3,11%.

ສິນຄ້າທີ່ ສປປ ລາວ ສົ່ງອອກນອກປະເທດມີ ໄທ 46,90%, ສປ ຈີນ 25,99%, ສສ ຫວຽດນາມ 16,36%, ອິນເດຍ 2,38%, ຍີ່ປຸ່ນ 1,60%, ເຢຍລະມັນ 1,38%.

ສ່ວນການນຳເຂົ້າສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດໄທ 56,08%, ສປ ຈີນ 23,62%, ສສ ຫວຽດນາມ 11,86%, ຍີ່ປຸ່ນ 2,04%, ສ.ເກົາຫຼີ 1,11%, ອິນໂດເນເຊຍ 0,27%.

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມພາສີ, ການຊວງການເງິນ, ໜັງສືພິມເສດຖະກິດ-ການຄ້າ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...