Homeຂ່າວພາຍ​ໃນເປີດບຸນມະໂຫລານສົ່ງເສີມການອ່ານ ນະຄອນຫລວງວຽງຈັນ ຄັ້ງທີ 1 ຢ່າງເປັນທາງການແລ້ວ!

ເປີດບຸນມະໂຫລານສົ່ງເສີມການອ່ານ ນະຄອນຫລວງວຽງຈັນ ຄັ້ງທີ 1 ຢ່າງເປັນທາງການແລ້ວ!

Published on

ໃນວັນທີ 7 ມີນາ 2019 ທີ່ສູນການຄ້າສາກົນ ນະຄອນຫລວງວຽງຈັນ, ບໍລິສັດປານຈຳປາ ຮ່ວມກັບພະແນກຖະແຫຼງຂ່າວ ນະຄອນຫຼວງວຽງຈັນ ແລະ ພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຈັດງານບຸນມະໂຫລານ ສົ່ງເສີມການອ່ານນະຄອນຫຼວງວຽງຈັນ ຄັ້ງທີ່ 1 ຂຶ້ນຢ່າງເປັນທາງການ ເພື່ອເປັນການໂຄສະນາເຜີຍແຜ່ ແລະ ສົ່ງເສີມການອ່ານ ຢູ່ໂຮງຮຽນ, ສະຖາບັນການສຶກສາພາກລັດ, ເອກະຊົນ ແລະ ສັງຄົມ.

ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫລວງວຽງຈັນ ກ່າວໃນພິທີເປີດງານວ່າ: ການຈັດງານໃນຄັ້ງນີ້, ມີຈຸດປະສົງ ເພື່ອໃຫ້ຄົນລາວ ເຫັນໄດ້ຄວາມສຳຄັນຂອງການອ່ານ ແລະ ສົ່ງເສີມໃຫ້ອ່ານໜັງສືຢ່າງຕໍ່ເນື່ອງ ລວມເຖິງການຊ່ວຍເຫລືອ ພໍ່-ແມ່, ຜູ້ປົກຄອງ, ຄູ ຮັບຮູ້ເຂົ້າໃຈ ເຕັກນິກວິທີການສົ່ງເສີມການອ່ານແກ່ເດັກ, ເຍົາວະຊົນຢ່າງເໝາະສົມ ແລະ ໄດ້ຜົນ. ນອກຈາກນີ້, ຍັງໄດ້ເປີດ ໂອກາດໃຫ້ຄົນລາວ ໄດ້ສຳພັດກັບປື້ມຈາກນາໆຊາດເພື່ອເປີດໂລກະທັດ ແລະ ເບິ່ງເຫັນການພັດທະນາອຸດສາຫະກຳປື້ມໃນຕ່າງປະເທດ. ຂະນະດຽວກັນ ກໍ່ເປີດໂອກາດໃຫ້ຄົນຕ່າງຊາດ ສຳຜັດກັບປື້ມອ່ານຂອງລາວ ແລະ ຍັງເປັນສື່ກາງ ໃນການສ້າງໂອກາດໃຫ້ກັບນັກຂຽນ ແລະ ສຳນັກພິມຂອງລາວ ໃນການຈຳໜ່າຍລິຂະສິດ ໃຫ້ກັບຕ່າງປະເທດ ແລະ ເຮັດໃຫ້ສຳນັກພິມ ມີຄວາມຕື່ນຕົວປັບປຸງ ແລະ ພັດທະນາການຜະລິດປື້ມອ່ານໃຫ້ມີຄຸນນະພາບ ທີ່ຫຼາກຫຼາຍສີສັນ ເປັນປະໂຫຍດຕໍ່ຜູ້ອ່ານ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຂັ້ມແຂງຂຶ້ນເປັນກ້າວໆ.

ພາຍໃນງານໄດ້ມີຫຼາກຫຼາຍກິດຈະກຳ ເປັນຕົ້ນ ກິດຈະກຳມອບປຶ້ມອ່ານໃຫ້ໂຮງຮຽນບັນດາ 9 ຕົວເມືອງໃນນະຄອນຫລວງວຽງຈັນ, ກິດຈະກຳການແຂ່ງຂັນຖາມ-ຕອບ ຄວາມຮູ້ຮອບຕົວ, ປາຖະ ກະຖາ ແລະ ກິດຈະກຳແຂ່ງຂັນກິລາປະເພດຕ່າງໆ. ພິເສດ ໄດ້ມີສຳນັກພິມຈາກປະເທດສະມາຊິກອາຊຽນ ແລະ ປະເທດອ້ອມຂ້າງ ເຂົ້າຮ່ວມງານວາງສະແດງ ແລະ ວາງຈຳໜ່າຍປຶ້ມ ລວມເຖິງການ ສະແດງຈາກບັນດາເອກອັກຄະລັດຖະທູດ ແລະ ອົງການຊ່ວຍເຫລືອຕ່າງໆ ເພື່ອເຜີຍແຜ່ຄວາມຮູ້ ແລະ ວັດທະນະທຳຂອງເຂົາເຈົ້າ ອັນເປັນການເປີດກວ້າງການຮຽນຮູ້ ໃຫ້ບັນດານ້ອງໆນັກຮຽນ, ນັກສຶກສາໃນທົ່ວນະຄອນຫຼວງວຽງຈັນ.

ທ່ານ ສີຫຸນ ສິດທິລືໄຊ ຍັງໄດ້ຮຽກຮ້ອງມາຍັງສັງຄົມ ທຸກຊັ້ນຄົນພາຍໃນນະຄອນຫຼວງວຽງຈັນ, ບັນດາອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ນັກຮຽນນັກສຶກສາ ຈົ່ງພ້ອມກັນເຂົ້າມາມີສ່ວນຮ່ວມ ໃນງານບຸນມະໂຫລານສົ່ງເສີມການອ່ານຄັ້ງປະຫວັດສາດທີ່ສຳຄັນນີ້.

ງານດັ່ງກ່າວ, ຈະເລີ່ມແຕ່ເວລາ 9: 00 ໂມງເຊົ້າ ຫາ 21:30 ໂມງແລງ ທຸກມື້ຈົນ ເຖິງວັນທີ 17 ມີນາ 2019. ສະເພາະວັນສຸກ-ວັນທິດ ປິດ 22:30 ໂມງ.

 

 

 

 

 

 

 

 

 

 

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...