spot_img
Homeຂ່າວຕ່າງປະເທດສາວ​ຈີນ​ຢູ່​ກິນ​ກັບ​ຜົວ 3ຄົນ ດົນ 5ປີ ໂດຍບໍ່​ມີ​ໃຜ​ຈັບ​ໄດ້

ສາວ​ຈີນ​ຢູ່​ກິນ​ກັບ​ຜົວ 3ຄົນ ດົນ 5ປີ ໂດຍບໍ່​ມີ​ໃຜ​ຈັບ​ໄດ້

Published on

183154

ວັນທີ່ 28 ກັນຍາ 2014 ແຫລ່ງ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ຈີນ​ວ່າ ມີ​ເຫດ​ຊວນ​ຕົກໃຈ ​ເກີດ​ຂຶ້ນ​ໃນ​ເມືອງ​ໜານ​ຈິງ ມົນ​ທົນ​ຈຽງ​ຊູ ປະເທດ​ຈີນ ເປັນ​ເລື່ອງ​ພຶດຕິກຳ​ສັບ​ລາງ​ສຸດ​ເກັ່ງ ​ຂອງ​ນາງ​ຫລີ່ ເສີຍ ທີ່​ແຕ່ງ​ດອງ​ກັບ​ຜົວ 3 ຄົນ ແລະ​ ທຸກ​ຄົນ​ຕ່າງ​ອາໄສ​ຢູ່ໃນ​ເຮືອນ​ດຽວ​ກັນ ແຕ່​ບໍ່​ມີ​ຜູ້​ຊາຍ​ຄົນ​ໃດ​ຮູ້​ເລີຍ​ວ່າ​ກຳ​ລັງ​ໃຊ້​ເມຍ​ຮ່ວມ​ກັບ​ຄົນ​ອື່ນ​ຢູ່ ເຫດການ​ເຊັ່ນ​ນີ້​ດຳ​ເນີນ​ມາ​ໄດ້​ຢ່າງ​ແນບ​ນຽນ​ເຖິງ 5 ປີ ກະ​ທັ້ງ​ຄວາມ​ຈິງ​ຖືກ​ເປີດ​ເຜີຍ​ໃນ​ທີ່ສຸດ

ກົນລະ​ຍຸດການ​ສັບ​ລາງ​ຂອງ​ນາງ ​ຫລີ່ ເກີດ​ຂຶ້ນ​ໄດ້​ເພາະ​ຜົວ​ທັງ 3 ຄົນ​ຂອງ​ນາງ​ລ້ວນ​ເປັນ​ນັກ​ທຸລະກິດ​ທີ່​ຕ້ອງ​ເດິນທາງ​ໄປ​ເຮັດວຽກ​ຕ່າງ​ເມືອງ​ເລື້ອຍໆ ຈຶ່ງ​ບໍ່​ຄ່ອຍ​ໄດ້​ຢູ່​ເຮືອນ ນາງ​ຫລີ່​ກໍ​ຈະ​ຈັດ​ຕາ​ລາງ​ໃຫ້​ຜົວ​ແຕ່​ລະ​ຄົນ​ກັບ​ມາ​ໃນ​ມື້​ເວລາ​ທີ່​ບໍ່​ກົງ​ກັນ ແລະ​ ນາງ​ກໍ​ຈະ​ຄອຍຖ້າ​ປ່ຽນ​ຮູບ​ແຕ່ງ​ງານ​ລວມ​ທັງ​ຈັດ​ຕຽມ​ເສື້ອ​ຜ້າ​ຂອງ​ຜົວ​ໃຫ້​ຖືກ​ຄົນ
ແຕ່ ຄວາມ​ກໍ​ຕ້ອງ​ມາ​ແຕກ​ເອົາ​ເມື່ອ​ຜົວ​ຄົນ​ໜຶ່ງ​ກັບ​ມາ​ເຮືອນ ແລ້ວ​ປັດ​ກວາດ​ເຊັດ​ຖູ​ເຮືອນ ແຕ່​ຕອນ​ເຮັດ​ຄວາມ​ສະ​ອາດ​ຢູ່​ຊ້ຳພັດ​ໄປ​ເຈີ​ຮູບ​ແຕ່ງ​ດອງຂອງ​ເມຍ​ຕົວ​ເອງ​ກັບ​ຊາຍ​ຄົນ​ອື່ນ​ອີກ 2ຄົນ ທັງ​ຍັງ​ພົບ​ເສື້ອ​ຜ້າ​ຜູ້​ຊາຍ​ທີ່​ບໍ່ແມ່ນ​ຂອງ​ຕົນ​ອີກ​ຫລາຍ​ຊຸດ ຈຶ່ງ​ສອບ​ຖາມ​ກັບ​ນາງ ໃນ​ທີ່ສຸດ​ນາງ​ຫລີ່​ຈຶ່ງ​ສານ​ພາບ​ວ່າ​ນາງ​ຍັງມີ​ຜົວ​ອີກ 2ຄົນ ແລະ ​ທຸກ​ຄົນ​ທັງ​ໝົດ​ຢູ່​ຮ່ວມ​ເຮືອນ​ດຽວ​ກັນ​ມາ 5ປີ​ແລ້ວ

ນາງ​ຫລີ່​ບອກວ່າ​ທີ່​ເຮັດ​ແບບນີ້​ລົງ​ໄປ​ກໍ​ເພາະ​ຮູ້ສຶກ​ເຫງົາ ​ ແຕ່​ນາງ​ກໍ​ຮັກ​ຜົວ​ທັງ 3 ຢ່າງ​ແທ້​ຈິງ ຢ່າງໃດ​ກໍ​ດີ​ຫລັງ​ເລື່ອງ​ລາວ​ຖືກ​ເປີດ​ເຜີຍ​ອອກ​ມາ ນາງ​ຫລີ່​ກໍ​ຖືກ​ຈັບ​ກຸມ​ຕົວ​ດ້ວຍ​ຂໍ້​ຫາ​ຈົດ​ທະ​ບຽນ​ສົມ​ລົດ​ຊ້ອນ ພ້ອມ​ຖືກ​ເຈົ້າ​ຫນ້າທີ່​ຕຳ​ລວດ​ສອບ​ສວນ​ເນື່ອງ​ຈາກ​ສົງ​ໄສ​ວ່າ​ນາງ​ອາດ​ໃຊ້​ບັດ​ປະຊາຊົນ​ປອມ ອີກ​ດ້ວຍ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...