Homeຂ່າວທ້ອງຖິ່ນສະພາກາຊາດໄທ ມອບ​ເຄື່ອງ​ຊ່ວຍ​ເຫລືອ ໃຫ້ອົງການກາແດງລາວ

ສະພາກາຊາດໄທ ມອບ​ເຄື່ອງ​ຊ່ວຍ​ເຫລືອ ໃຫ້ອົງການກາແດງລາວ

Published on

ໃນ​ວັນ​ທີ 5 ມີ​ນາ 2019 ທີ່​ນະ​ຄອນ​ຫລວງວຽງ​ຈັນ, ສະ​ພາ​ກາ​ຊາດ​ໄທ ໄດ້​ມອບ​ເຄື່ອງ​ຊ່ວຍ​ເຫລືອໃຫ້​ອົງ​ການ​ກາ​ແດງ​ລາວ ກ່າວມອບໂດຍ ທ່ານ ພົນໂທ ອຳນາດ ບາລີ ຜູ້ອຳນວຍການ ສຳນັກງານບັນເທົາທຸກ ສະພາກາຊາດໄທ, ກ່າວຮັບໂດຍ ທ່ານ ກາວີ ພອນສຸດທິ ຫົວໜ້າກອງຊ່ວຍເຫລືອບັນເທົາທຸກອົງການກາແດງລາວ, ມີ​ ທ່ານ ຄຳ​ຮຸ່ງ ເຮືອງວົງ​ສີ ປະ​ທານ​ອົງ​ການ​ກາ​ແດງ​ລາວ ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ, ພ້ອມ​ດ້ວ​ຍ​ພາກ​ສ່ວນ​ກ່ຽວ​ຂ້ອງ​ ເຂົ້າ​ຮ່ວມ.

ການ​ມອບ​ເຄື່ອງ​ຊ່ວຍ​ເຫລືອ​ດັ່ງ​ກ່າວ, ເພື່ອ​ເປັນການກະກຽມຄວາມພ້ອມໃນການຮັບມືກັບໄພພິບັດ ແລະ ໃຫ້ການຊ່ວຍເຫ​ລືອປະຊາຊົນຜູ້ທຸກຍາກຂາດເຂີນ, ຜູ້ປະສົບໄພພິບັດ ຢູ່ ສປປ ລາວ. ເຄື່ອງ​ຊ່ວຍ​ເຫລືອ​ໃນ​ຄັ້ງ​ນີ້ ​ປະ​ກອບ​ມີ ເຮືອກູ້ໄພພ້ອມດ້ວຍເຄື່ອງຈັກ 6 ຊຸດ, ມູນ​ຄ່າ 84.240 ໂດລາສະ​ຫະ​ລັດ, ຄອມພິວເຕີ 55 ຊຸດ, ມູນຄ່າ 16.000 ໂດລາ, ເຄື່ອງນຸ່ງຫົ່ມ ຈຳນວນ 5.868 ຜືນ ແລະ ຢາຖູແຂ້ວ 21 ແກັດ, ມູນຄ່າ 45.252 ໂດລາ, ລວມມູນຄ່າທັງໝົດ ​145.492 ໂດລາສະ​ຫະ​ລັດ.

ທ່ານ ພົນໂທ ອຳນາດ ບາລີ ແຈ້ງໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ເກີດ​ໄພ​ພິ​ບັດ​ຈາກ​ອຸ​ປະ​ຕິ​ເຫດ ເຂື່ອນ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ແຕກ ຢູ່​ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ສະ​ພາ​ກາ​ຊາ​ດ​ໄທ ໄດ້​ມອບ​ເຮືອ​ກູ້​ໄພ​ຈຳ​ນວນ 3 ລຳ, ຖົງ​ຢັ່ງ​ຊີບ 3.000 ຖົງ, ພ້ອມ​ດ້ວຍ​ເຄື່ອງ​ຊ່ວຍ​ເຫລືອ​​ຈຳ​ນວນ​ໜຶ່ງ ແລະ ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່ຮ່ວມ​ປະ​ຕິ​ບັດ​ງານ​ຕອບ​ສະ​ໜອງ​ໄພ​ພິ​ບັດ​ລະ​ດັບ​ພາກ​ພື້ນ ດ້ານ​ການ​ບັນ​ເທົາ​ທຸກ, ສຸ​ຂະ​ອະ​ນາ​ໄມ, ລົງ​ໄປ​ພື້ນ​ທີ່​ປະ​ສົບ​ໄພ ​ເພື່ອ​ຊ່ວຍ​ເຫລືອ​ປະ​ຊາ​ຊົນ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...